ISເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບອີຣັກນັບສິບຄົນ

ISເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບອີຣັກນັບສິບຄົນ - ảnh 1
(ພາບ​ປະ​ກອບ​ຈາກ thethaovanhoa.vn)

(vovworld) – ວັນ​ທີ 2/3, ກຸ່ມ “ລັດ​ອິດ​ສະ​ລາມ” (IS) ​ອ້າງ​ຊື່​ເອ​ງ ໄດ້​ເຂັ່ນ​ຂ້າ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກ່​ວາ 30 ຄົນ​ຢູ່​ແຂວງ Anbar, ພາກ​ຕ​າ​ເວັນ​ອອກ ອີ​ຣັກ. ບັນ​ດາ​ຜູ້​ຖືກ​ເຂັ່ນ​ຂ້າ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຕຳຫຼວດ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ​ຂອງ​ກຸ່ມ​ເຄິ່ງ​ການ​ທະ​ຫານ Sahwa ​ທີ່ໄດ້​ຮັບ​ການ​ໜູນຫຼັງ​ຈາກລັດ​ຖະ​ບານ, ​ເຊິ່ງຖືກ​ຈັບ​ຕົວ​ໃນ​​ການ​ສູ້​ຮົບ​ກັບ​ທະ​ຫານ​ກະ​ບົດ​ IS ຢູ່ Jubba. ​ໃນເດືອນ​ກ່ອນ, IS ໄດ້​ເຂັ່ນ​ຂ້າ​ນັບ​ສິບ​ຄົນ​ພາຍຫຼັງ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ເຂົ້າ al – Baghdadi ແລະ ຖານ​ທີ່​ໝັ້ນ​ກອງ​ທັບ ອາ​ກາດ​ Ain al – Asad, ບ່ອນ​ທີ່​ມີ​ທະ​ຫານ​ເຮືອ​ສູ້​ຮົບ​ທາງ​ບົກ ອາ​ເມ​ລິ​ກາ ນັບ​ຮ້ອຍ​ຄົນ​ຕັ້ງ​ທັບ. ອົງ​ການ IS ໄດ້​ຄວບ​ຄຸມປະ​ມານ 80% ​ເນື້ອ​ທີ​​ດິນຂອງ​ແຂວງ Anbar, ແຂວງ​ໃຫຍ່​ສຸດ​ຂອງ ອີ​ຣັກ ແລະ ພະ​ຍາ​ຍາມ​​ກ້າວ​ໄປ​ເຖິງ ແບດ​ແດດ, ແຕ່​ວ່າ​ການ​ບຸກ​ໂຈມ​ຕີ​ໂຕ້​ຕອບບາງ​ຄັ້ງ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ​ນິ​ກາຍ Shiite ໄດ້​​ຍູ້​ໃຫ້​ພວກ​ມັນ​ຖອຍ​ໄປ.


ຂ່າວ/ບົດ​ອື່ນ