NATO ສືບຕໍ່ການມີໜ້າຢູ່ອາບການິດສຖານ

NATO ສືບຕໍ່ການມີໜ້າຢູ່ອາບການິດສຖານ - ảnh 1
(ພາບປະກອບ: Reuters)

​(vovworld) –  ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ NATO ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ຮັກສາ​ການ​ມີໜ້າຢູ່​ອາບ​ກາ​ນິດ​ສຖານ ພາຍຫຼັງ​ສິ້ນ​ສຸດ​ພາລະ​ໜ້າ​ທີ່ໃນ​ປະຈຸ​ບັນ​ທີ່​ມີ​ຊື່ວ່າ “ໜູນ​ຊ່ວຍ​ຢ່າງ​ເ​ດັດ​ຂາດ”. ທ່ານ​ເລຂາທິການ​ໃຫຍ່ NATO Jens Stoltenberg ​ໄດ້ຖະ​ແຫຼ​ງຄື​ແນວ​ນັ້ນ ພາຍຫຼັງ​ກອງ​ປະຊຸມຂັ້ນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະພາ NATO ​ໃນ​ວັນ​ທີ 13/05 ຢູ່​ຕວກກີ. ທ່ານ Stoltenberg ​ໃຫ້​ຮູ້​ວ່າ ພາລະ​ໜ້າ​ທີ່ຕໍ່​ໄປ​ຂອງ NATO ຢູ່​ອາບ​ກາ​ນິດ​ສຖານ ຈະ​ມີ​ລັກສະນະ​ພົນລະ​ເມືອງ, ​ແຕ່​ວ່າ​ກໍ່​​ມີ​ປັດ​ໄຈ​ການ​ທະຫານ. ​ນັບແຕ່​ວັນ​ທີ  01/01/2015, 28 ປະ​ເທດ​ສະມາຊິກ NATO ​ແລະ 14 ປະ​ເທດ​ຄູ່​ຮ່ວມ​ມື​ເລີ່​ມ​ເຂົ້າ​ຮ່ວມ​ພາລະ​ໜ້າ​ທີ່​ໃໝ່​ຢູ່​ອາບ​ກາ​ນິດ​ສຖານ, ດ້ວຍ​ໜ້າ​ທີ່​ຕົ້ນ​ຕໍ່​ແມ່ນ​ຝຶກ​ຊ້ອມ, ​​ໃຫ້​ຄຳ​ປຶກສາ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​​​ອາບ​ກາ​ນິດ​ສຖານ, ຫາກ​ບໍ່​ເຂົ້າ​ຮ່ວມ​ສົງຄາມ​ໂດຍ​ກົງ ​ແລະ ຈະ​ຖອນ​ກຳລັງ​ທັງ​ໝົດ​ອອກ​ໃນ​ທ້າຍ​ປີ 2016.

ຂ່າວ/ບົດ​ອື່ນ