Viettel ໄດ້ສ້າງແບບຢ່າງເຕີບໂຕໃໝ່ໃຫ້ແກ່ຫວຽດນາມ

     Viettel ໄດ້ສ້າງແບບຢ່າງເຕີບໂຕໃໝ່ໃຫ້ແກ່ຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຈັບ​ມື​ບັນ​ດາ​ພະ​ນັກ​ງານຂອງ Viettel


(vovworld)- ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​ໂນ​້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 10 ປີ​ແຫ່ງວັນ​ລົງ​ທຶນ​ອອກ​ສູ່​ຕ່າງ​ປະ​ເທດ​ຂອງກຸ່ມ​ບໍ​ລິ​ສັດໂທ​ລະ​ຄົມ Viettel. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ ເປັນ​ຂີດ​ໝາຍ​ການ​ເຕີບ​ໃຫຍ່​ຂອງ ກຸ່ມ​ບໍ​ລິ​ສັດ Viettel ເວົ້າ​ສະ​ເພາະ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ເວົ້າ​ລວມ ໃນ​ການ​ນຳ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ຫວຽດ​ນາມ​ອອກ​ສູ່ແຂ່ງ​ຂັນ​ຢູ່​ຕະຫຼາດ​ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຫວ​ັງ​ວ່າ ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າກັບ​ສາ​ກົນ, ກຸ່ມ​ບໍ​ລິ​ສັດ Viettel ຄວນ​ສືບ​ຕໍ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ບາດ​ກ້າວ​ພັດ​ທະ​ນາ​ໃໝ່, ມຸ່ງ​ໄປ​ສູ່​ການ​ຮັບ​ໃຊ້​ວົງ​ຄະ​ນະ​ຍາດ, ສັງ​ຄົມ, ແກ້​ໄຂ​ບັນ​ຫາ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
ຂ່າວ/ບົດ​ອື່ນ