Olympic Paris 2024 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

(VOVWORLD) -      ງານແຂ່ງຂັນກິລາ Olympic Paris 2024 ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 19 ໂມງ 30 ນາທີຂອງວັນທີ 26 ກໍລະກົດ ຕາມເວລາທ້ອງຖິ່ນ ຢູ່ນະຄອນຫຼວງ ປາຣີ ຂອງ ຝລັ່ງ. ເຖິງວ່າຝົນຕົກກໍ່ຕາມ ແຕ່ມີນັບແສນຄົນໄດ້ເຂົ້າຮ່ວມພິທີໄຂດັ່ງກ່າວ. 
Olympic Paris 2024 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ - ảnh 1ສະໜາມຫຼວງ Trocadero, ທາດ Eiffel (ພາບ: ຄະນະກຳມະການ Olympic)

ເລີ່ມຕົ້ນພິທີໄຂທີ່ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ ແມ່ນການເດີນຂະບວນສະແດງກຳລັງໃນແມ່ນ້ຳ Seine ຂອງນັກກິລາ 7.000 ຄົນຂອງບັນດາປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານມະຫາກຳກິລາ Olympic Paris 2024. ມີນັກຟ້ອນ, ນັກຮ້ອງໂດງດັງ, ນັກສິລະປິນ ນັບພັນຄົນ ໄດ້ສະແດງບັນດາບົດເພງ, ວາດຟ້ອນພື້ນເມືອງ ແລະ ທັນສະໄໝຂອງ ຝລັ່ງ. ນອກຈາກນັ້ນ, ພິທີໄຂຍັງສ້າງຄວາມປະທັບໃຈຢ່າງແຮງ ຍ້ອນເຕັກໂນໂລຢີສະແດງສິລະປະແສງສີຢູ່ສະໜາມຫຼວງ Trocadero, ທາດ Eiffel. ໃນເວລາ 23 ໂມງຕົງ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ປະກາດໄຂງານມະຫາກຳກິລາ 2024 ຢ່າງເປັນທາງການ.

        ຫຼັງຈາກນັ້ນແມ່ນການແຫ່ທວນໄຟ ແລະ ຕໍ່ທວນໄຟຂອງບັນດານັກກິລາຊື່ສຽງຂອງ ຝລັ່ງ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ