We-Fi ໜູນຊ່ວຍວິສາຫະກິດຂະໜາດນ້ອຍແລະກາງໂດຍແມ່ຍິງເປັນເຈົ້າຂອງຢູ່ຫວຽດນາມແລະປາຊີຟິກ

(VOVWORLD) -ບ້ວງເງິນຊ່ວຍເຫຼືອລ້າຂອງ We-Fi ຈະຊ່ວຍອຸປະຖຳໃຫ້ໂຄງການຊຸກຍູ້ການພັດທະນາຢ່າງແຮງຂອງບັນດາວິສາຫະກິດຂອງແມ່ຍິງຢູ່ອາຊີຕາເວັນອອກ ແລະ ປາຊີຟິກ

ວັນທີ 13 ພຶດສະພາ, ກອງທຶນຂໍ້ລິເລີ່ມການເງິນສະຫງວນໃຫ້ນັກທຸລະກິດຍິງ (We-Fi) ຜ່ານທະນາຄານພັດທະນາອາຊີ (ADB) ສະໜອງຈຳນວນເງິນກວ່າ 20 ລ້ານ USD ເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ໄດ້ສຳຜັດກັບບ້ວງເງິນ ແລະ ການເຄື່ອນໄຫວບຳລຸງສ້າງທີ່ຈຳເປັນຢູ່ຫວຽດນາມ ແລະ ປາຊີຟິກ.

        ບ້ວງເງິນຊ່ວຍເຫຼືອລ້າຂອງ We-Fi ຈະຊ່ວຍອຸປະຖຳໃຫ້ໂຄງການຊຸກຍູ້ການພັດທະນາຢ່າງແຮງຂອງບັນດາວິສາຫະກິດຂອງແມ່ຍິງຢູ່ອາຊີຕາເວັນອອກ ແລະ ປາຊີຟິກ, ດ້ວຍເປົ້າໝາຍແມ່ນຊຸກຍູ້ການເຕີບໂຕ ແລະ ການພັດທະນາຢ່າງສະໝ່ຳສະເໝີ ແລະ ຍືນຍົງ ຜ່ານບັນດາວິສາຫະກິດຂອງແມ່ຍິງ ແລະ ຈິດໃຈເລີ່ມທຸລະກິດຂອງແມ່ຍິງ. ຕາມນັ້ນແລ້ວ, ມີວິສາຫະກິດຂະໜາດກາງ ແລະ ນ້ອຍໂດຍແມ່ຍິງເປັນເຈົ້າຂອງຢູ່ຫວຽດນາມ ແລະ ພາກພື້ນອາຊີປາຊີຟິກ ເກືອບ 5.000 ແຫ່ງ ຈະໄດ້ຮັບຜົນປະໂຫຍດຈາກໂຄງການໃນໄລຍະ 5 ປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ