WTO ຮັບເອົາສະມາຊິກທີ 165

(VOVWORLD) -ພາຍຫລັງ 17 ປີແຫ່ງການເຈລະຈາກັບບັນດາສະມາຊິກຂອງອົງການການຄ້າໂລກ (WTO), Comoros, ແມ່ນປະເທດເກາະ ຢູ່ອະຟຼິກາ ໄດ້ກາຍເປັນສະມາຊິກທີ 165 ຂອງອົງການນີ້.

WTO ຮັບເອົາສະມາຊິກທີ 165  - ảnh 1ສຳນັກງານ WTO ຢູ່ ເຊີແນວ ປະເທດ ສະວິດ. ພາບ:REUTERS/TTXVN

ກ່ອນນັ້ນ ບັນດາສະມາຊິກ ໄດ້ຮັບຮູ້ເລື່ອງ Comoros ເຂົ້າຮ່ວມ WTO ໃນເດືອນ ກຸມພາ  ປີ 2023. ທ່ານເອກອັກຄະລັດຖະທູດ Comoros, Sultan Chouzour ໄດ້ມອບເອກະສານຮັບຮູ້ອະນຸສັນຍາເຂົ້າຮ່ວມ WTO ຂອງປະເທດນີ້ ໃຫ້ແກ່ຜູ້ອຳນວຍການໃຫຍ່ WTO, ທ່ານ Ngozi Okonjo-Iweala ຢູ່ກອງປະຊຸມຂອງສະມັດຊາໃຫຍ່ ໃນວັນທີ 22 ກໍລະກົດຜ່ານມາ. ພາຍຫລັງ 30 ວັນ, Comoros ໄດ້ກາຍເປັນສະມາຊິກຂອງ WTO ຢ່າງເປັນທາງການ. ພ້ອມກັນນັ້ນ, Comoros ກໍ່ໄດ້ສົ່ງເອກະສານຮັບຮູ້ຂໍ້ຕົກລົງກ່ຽວກັບການຫນູນຊ່ວຍອາຊີບຫາປາ,  ອັນໄດ້ຍົກຍອດຈຳນວນປະເທດຮັບຮູ້ຂໍ້ຕົກລົງແມ່ນ 82 ປະເທດ.

          ທ່ານ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ WTO ຢືນຢັນ: ເລື່ອງ Comoros ກາຍເປັນສະມາຊິກ ຈະເພີ່ມເຕີມສຽງເວົ້າມີຄຸນຄ່າໃຫ້ແກ່ລະບົບການຄ້າຫລາຍຝ່າຍ. ມາຮອດປະຈຸບັນ ມີ 22 ລັດຖະບານລວມມີ: 8 ປະເທດອາຟຼິກາ ຍັງຄົງເຈລະຈາເພື່ອເຂົ້າເປັນສະມາຊິກ WTO.

ຕອບກັບ

ຂ່າວ/ບົດ​ອື່ນ