ກຸ່ມ 4 ຝ່າຍຮຽກຮ້ອງ ຟື້ນຟູການເຈລະຈາກ່ຽວກັບສັນຕິພາບຢູ່ພາກຕາເວັນອອກກາງ

ກຸ່ມ 4 ຝ່າຍຮຽກຮ້ອງ ຟື້ນຟູການເຈລະຈາກ່ຽວກັບສັນຕິພາບຢູ່ພາກຕາເວັນອອກກາງ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 08/02, ກຸ່ມ 4 ຝ່າຍ​ກ່ຽວ​ກັບ​ສັນຕິພາບ​ຢູ່ພາກ​ຕາ​ເວັນ​ອອກ​ກາງ ​ເຊິ່ງລວມມີ​ສະຫະ​ປະຊາ​ຊາດ, ສະຫະ​ພາບ​​ເອີ​ລົບ (EU), ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ໄດ້​ອອກ​ຖະ​ແຫຼງຮຽກຮ້ອງ​ຟື້ນ​ຟູບັນດາ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດສຕິນ​ ​ໂດຍ​​ໄວ. ຜູ້ຕາງໜ້າ​ກຸ່ມ 4 ຝ່າຍ ​ເນັ້ນ​ໜັກ​ວ່າ, ບັນດາ​ການ​ເຈລະຈາ​ຕ້ອງ​ເຄົາລົບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ສ້າງ​ຕັ້ງ​ລັດ​ຂອງ​ປາ​ແລດ​ສຕິນ ກໍ່​ຄື​ສະ​ແດ​ງຄວາມ​ວິຕົກ​ກັງວົນ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອິດສຣາ​ແອນ. ກຸ່ມ 4 ຝ່າຍ ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ສະພາບ​ຄວາມ​ຫຍຸ້ງຍາກ​ຢູ່​ເຂດ​ກາຊາ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ຕ້ອງ​ຍູ້​ແຮງ​ການ​ສ້​າງຕັ້ງ​ຄືນ​ໃໝ່ ​ເພື່ອ​ຕອບ​ສະໜ​ອງບັນດາ​ຄວາມ​​ຕ້ອງການພື້ນຖານຂອງ​ປະຊາຊົນ​ປາ​ແລດ​ສຕິນ ກໍ່​ຄື​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ອຸປະຖຳ​ສາກົນ​ປ່ອຍ​ຈຳນງນ​ເງິນ 5 ຕື້ USD ທີ່​​​ໝັ້ນໝາຍ​ຊ່ວຍ​ເຫຼືອ​ໃຫ້ປາ​ແລດ​ສຕິ​ນ ​ເມື​່ອ​ເດືອນ 10/2014 ​ໂດຍ​ໄວ, ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ເສຍ​ຫາຍ​ຍ້ອນ​ສົງຄາມ​ເຊິ່ງອິດສຣາ​ແອນ ກໍ່​​ຂຶ້ນ​ຢູ່​ເຂດ​ດິນ​ແດນ​ນີ້ໃນ​ລະດູ​ຮ້ອນ​ປີ 2014.

ຂ່າວ/ບົດ​ອື່ນ