ກອງປະຊຸມຕົວແບບກ້າວໜ້າທົ່ວກອງທັບຮ່ຳຮຽນ,ເຮັດຕາມແບບຢ່າງຄຸນສົມບັດໂຮ່ຈິມິນ

ກອງປະຊຸມຕົວແບບກ້າວໜ້າທົ່ວກອງທັບຮ່ຳຮຽນ,ເຮັດຕາມແບບຢ່າງຄຸນສົມບັດໂຮ່ຈິມິນ - ảnh 1
ບັນດາຜູ້ນຳພັກ, ລັດຫວຽດນາມເຂົ້າຮ່ວມກອງປະຊຸມ 
(ພາບ: QDND)

(Vovworld)- ຕອນ​ເຊົ້າ​ວັນ​ທີ 24/8, ຢູ່​ຮ່າ​ໂນ້ຍ, 150 ໝູ່ຄະນະ, ສ່ວນບຸກຄົນໃນ ທົ່ວກອງທັບ ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ເກືອບ 3000 ບຸກຄົນ​ຕົວ​ແບບ​ກ້າວ​ໜ້າ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບ​ບຢ່າງຄຸນສົມ​ບັດ​ປະທານ​ໂຮ​່ຈິ​ມິນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຕົວ​ແບບ​ກ້າວ​ໜ້າ​ທົ່ວ​ກອງທັບຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບບ​ຢ່າງຄຸນສົມ​ບັດ​ປະທານ​ໂຮ​່ຈິ​ມິນ​ ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈັດ​ຕັ້ງ. ​ໃນ​ສູນ​ທອນ​ພົດກ່າວ​ໄຂ​ກອງ​ປະຊຸມ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ໃຫ້​ຮູ້​ວ່າ ພາຍຫຼັງ 2 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມ​ື​ອງ, ບັນດາ​ກົມ​ກອງ​ໃນ​ທົ່ວກອງທັບ ​ໄດ້​ດຳ​ເນີນ​ຜັນ​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງ ​ແລະ ນຳບັ້ນ​ຂົນຂວາຍ​ກາຍ​ເປັນ​ວຽກ​ງານ​ປະຈຳ, ຕໍ່​ເນື່ອງ​ຂອງ​ພະນັກງານສະມາຊິກ​ພັກ, ມະຫາຊົນ​ໃນ​ທົ່ວ​ກອງທັບ, ຜ່ານ​ນັ້ນ​ກໍ່​ສ້າງ​ກອງທັບ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ກຽມພ້ອມ​ຮັບ ​ແລະ ​ເຮັດ​ຫຼ້ອນ​ໜ້າທີ່​ພັກ, ລັດໄດ້ມອບ​ໝາຍ​ຢ່າງ​ມີ​ໄຊ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​, ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ​ຊີ້​ແຈ້​ງວ່າ ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເຫ​ດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມີ​ຕໍ່​ກອງທັບ​ ​ແນ​ໃສ່​ຍ້ອງຍໍ​ຊົມ​ເຊີຍ ​ແລ​ະ ​ເຊີດ​ຊູ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ທີ່​ກ້າວໜ້າ​ດີ​ເດັ່ນໃນ​ຖັນ​ແຖວກອງທັບ​ໃນ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບ​ຢ່າງ ຄຸນສົມ​ບັດ​ປະທານ​ໂຮ​່ຈິ​ມິນ​. ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ​ ​ເນັ້ນ​ໜັກວ່າ (​ເທບ)

   “ ການ​ສ້າງ ​ແລະ ທະວີຄູນ​ຮູບ​ແບບ​ຕົວ​ເດັ່ນ​ທີ່​ກ້າວໜ້າ​ໃນການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບ​ຢ່າງຄຸນສົມ​ບັດ​ປະທານ​ໂຮ​່ຈິ​ມິນ​ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ລະດົມ​ໃຈ, ​ເຊີດ​ຊູ​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ ຮັບປະກັນ​ໃຫ້ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ອີກ​ດ້ວຍ. ກອງທັບ​ຕ້ອງ​ປະຕິບັດ​ວຽກ​ງານ​ໂຄສະນາ, ສຶກສາ​ອົບຮົມ​ໃຫ້​ດີ​ກ່ວາ, ​ເພື່ອ​ໃຫ້​ພະນັກງານ​ນັກຮົບ ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ສ້າງ ​ແລະ ທະວີຄູນ​ຮູບ​ແບບ​ຕົວ​ເດັ່ນ​ທີ່​ກ້າວໜ້າ ຕິດ​ພັນ​ກັບ​ບັນດາ​ຂະ​ບວນການ​ບັ້ນ​ຂົນຂວາຍຕ່າງໆ​ໃນ​ແຕ່​ລະ​ອົງການ, ກົມ​ກອງ. ຜ່ານ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ຄວນ​ຄົ້ນ​ພົບ, ​ເປັນ​ເຈົ້າການ​ດັດປັບ​ບັນດາ​ຄວາມ​ຮັບ​ຮູ້​ທີ່ຜິດພາດ, ການກະທຳທີ່ ບໍ່ດີຢ່າງ​ທັນ​ການ, ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບ​ຢ່າງຄຸນສົມ​ບັດ​ປະທານ​ໂຮ​່ຈິ​ມິນ​ບັນລຸ​ໝາກຜົນ​ແທດ​ຈິງ ” 

ຂ່າວ/ບົດ​ອື່ນ