ກອງປະຊຸມຜັນຂະຫຍາຍວຽກງານຄົນງານ,ຜູ້ມີຄຸນງາມຄວາມດີແລະສັງຄົມປີ2014

ກອງປະຊຸມຜັນຂະຫຍາຍວຽກງານຄົນງານ,ຜູ້ມີຄຸນງາມຄວາມດີແລະສັງຄົມປີ2014 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບປະກອບ)

(vovworld) –  ກອງ​ປະ​ຊຸມຜັນ​ຂະຫຍາຍ​ວຽກ​ງານ​ຄົນ​ງານ,ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແລະ​ສັງຄົມ​ປີ 2014 ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 6/1, ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ເໜີ​ວ່າ ປີ 2014, ຂະ​​ແໜງ​ຄວນ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ວຽກ​ເຮັດ​ງານ​ທຳ, ສອນ​ວິຊາ​ຊີບ​, ສົ່ງ​​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃສ່​ໃຈ​ກະຊວງ​​ແຮງ​ງານ, ທະຫານ​ເສຍອົງຄະ ​ແລະ ສັງຄົມ​ຄວນ​ຖື​ວຽກ​ງານ​ສົ່ງ​​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ເປັນ​ປາຍ​ແຫຼມ​ໃນ​ການ​ແກ້​ໄຂ​ວຽກ​​ເຮັດງານທຳ. ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຊີ້​ແຈ້ງວ່າ: ປີ 2014, ຂະ​​ແໜງ​ຄວນ​ສຸມ​ໃສ່​ປະຕິບັດສຳ​ເລັດໜ້າ​ທີ່​ເບິ່ງ​ແຍງດູ​ແລ​ຊີວິດ​ຂອງຜູ້​ມີ​ຄຸນ​ງາມ​ຄວາມດີ​, ອຸ​ປະກະລະ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ ຊາຍ, ການປ້ອງ​ກັນ, ຕ້ານ​ຢາ​ເສບຕິດ, ​ໂສ​ເພນີ​ເປັນ​ຢ່າງ​ດີ.

 

 



ຂ່າວ/ບົດ​ອື່ນ