ກອງປະຊຸມສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້

ກອງປະຊຸມສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ VuVan Ninh ກ່າວ​ຄຳ​ເຫັນທີ່ກອງປະຊຸມ
(ພາບ: baodientuchinhphu )


Vovworld- ​ໂດຍ​ນອນ​ໃນ​ຂອບ​ເຂດການເຄື່ອນໄຫວ “ ງານຕະຫຼາດນັດ-ວາງສະແດງຜົນງານ 10 ປີແຫ່ງການສ້າງສາ ແລະ ພັດທະນາເຂດທົ່ງພຽງແມ່ ນ້ຳຂອງທາງພາກໃຕ້ຫວຽດນາມ ”, ຕອນບ່າຍວັນທີ 27/4, ຢູ່ນະຄອນ ເກີນເທີ ໄດ້ດຳເນີນກອງປະຊຸມສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງ ພາກໃຕ້ຫວຽດນາມ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ VuVan Ninh ​ເນັ້ນ​ໜັກ​ວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ​ແມ່ນ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ທົ່ວ​ປະ​ເທດ. ພັກ, ລັດ, ລັດຖະບານ​ຫວຽດນາມ​ເອົາ​ໃຈ​ໃສ່​ທີ່​ສຸດແລະສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້    ຫວຽດນາມພັດທະນາ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ VuVan Ninh ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງ​ຈົ່ງ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​ໃຫ້​ແກ​ບັນດາ​ວິ​ສາ​ຫະກິດ​ທັງ​ຂອງ​ຫວຽດນາມ ​ແລະ ຕ່າງປະ​ເທດ​ເຂົ້າ​ລົງທຶນ​ເພື່ອນ​ພັດທະນາ ເຂດທົ່ງພຽງແມ່ນ້ຳ  ຂອງທາງພາກໃຕ້ຫວຽດນາມ​ໃນ​ຂົງ​ເຂດ​ຕ່າງໆ. ຜ່ານ​ການ​ຮ່ວມ​ສຳພັນ​ນີ້, ບັນດາ​ແຂວງ, ນະຄອນ​ໃນ​ເຂດ​ຄວນ​ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ​ເພື່ອ​ດຶງ​ດູດ​ຫຼາຍ​ໂຄງການ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໃນ​ນັ້ນ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ໂຄງການ​ລົງທຶນ​ພັດທະນາ​ອຸສາ​ຫະກຳ​ປຸ່ງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ການທ່ອງທ່ຽວ, ການ​ເງິນ, ພັດ​ນະ​ທາ​ພື້ນຖານ​ໂຄງລ່າງ......

ຂ່າວ/ບົດ​ອື່ນ