ກອງປະຊຸມສູນກາງພັກກອມມູນິດຈີນຄັ້ງທີ3ຊຸດທີ18

ກອງປະຊຸມສູນກາງພັກກອມມູນິດຈີນຄັ້ງທີ3ຊຸດທີ18 - ảnh 1
ທ່ານ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຈີນ ສີ​ຈີ້​ຜິ​ງ (ກາງ) ຈະປະກາດແຜນການປະຕິຮູບ
(ພາບ: Reuters)

(vovworld) – ກອງ​ປະຊຸມ​ສູນ​ກາງພັກ​ກອມ​ມູນິດຈີນ​ຄັ້ງ​ທີ 3​ ຊຸດ​ທີ 18​ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 9/11, ຢູ່​ນະຄອນຫຼວງ ປັກ​ກິ່ງ ​ແລະ ຈະ​ແກ່ຍາວ​ເປັນ​ເວລາ 4 ວັນ. ກອງ​ປະຊຸມ​ຈະ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວິທີ​ການ​ປະຕິ​ຮູບ​ຮອບດ້ານ​ຢ່າງ​ເລິ​ກເຊິ່ງ, ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ປະຕິ​ຮູບ​ລະບອບ​ເສດຖະກິດ, ຫັນປ່ຽນ​ພາລະ​ໜ້າ​ທີ່​ຂອງ​ລັດຖະບານ, ພ້ອມ​ທັງ​ປຶກສາ​ຫາລື ​ແລະ ຮັບ​ຮອງ​ເອົາ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຕາມ​ການ​ຕີ​ລາຄາ​ຈາກ​ຫາງ​ສຽງ​ແລ້ວ, 6 ​ເນື້ອ​ໃນ​ບຸລິມະສິດ​ເຊິ່ງທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຈີນ ສີ​ຈີ້​ຜິ​ງ ຍົກ​ອອກ​ມາ​​ໃນ​ທ້າຍ​ເດືອນ 7 ຜ່ານ​ມາ, ກໍ່​ຄື​ເນື້ອ​ໃນ​ວິທີ​ການ​ປະຕິ​ຮູບ​ມີ​ຊື່ວ່າ “383” ​ໂດຍ​ສູນ​ຄົ້ນ​ຄ້ວາ​ລັດຖະບານ ຈີນ ຫາ​ກໍ່​ປະກາດ​ໃນ​ທ້າຍ​ເດືອນ 10 ອາດ​ຈະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນ​ດາ​ເນື້ອ​ໃນ​ປະຕິ​ຮູບ​ຕົ້ນ​ຕໍ່​ເຊິ່ງກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເຕື້ອງ​ເຖິງ. ຫາງ​ສຽງ ຈີນ​ ຫວັງ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ​ເທົ່າ​ທຽມ​ກັບ​ບັນດາ​ລັດຖະນະ​ໂຍບາຍ​ກ່ຽວ​ກັບ​ການ​ປະຕິ​ຮູບ​ເປີດ​ປະຕູ​​ໂດຍ ຈີນ ຍົກ​ອອກມາ​ກ່ອນ​ນີ້ 35 ປີ​ທີ່​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 3 ປີ 1978.
ຂ່າວ/ບົດ​ອື່ນ