ກອງປະຊຸມສາກົນກ່ຽວກັບບັນຫາທະເລຕາເວັນອອກ

ກອງປະຊຸມສາກົນກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 09 – 10/10, ຢູ່​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ) ​ແລະ ສະ​ຖາ​ບັນ Konrad Adenauer (ສ.ສະຫະພັນ​ເຢຍລະ​ມັນ) ​ສົມທົບ​ກັນ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ: ຜົນ​ກະທົບ ​ແລະ ບັນດາ​ວິທີ​ສຳ​ພັດ​ສັນຕິພາບ, ຮ່ວມ​ມື”. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ນັກຮຽນ​ຮູ້​ສາກົນ ​ແລະ ຫວຽດນາມ ພົບ​ປະ, ​ແລກປ່ຽນ​ບັນດາ​ໝາກຜົນ​ການ​ຄົ້ນຄວ້າ​ຫລ້າ​ສຸດ​ຂອງ​ຕົນ, ຈາກ​ນັ້ນ​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຕາມ​ທິດ​ສັນ​ຕິ​ພາບ, ​ເໝາະ​ສົມ​ກັບ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຟຸ່ງຊວນ​ຍ້າ, ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ.

        “ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ແມ່ນ​ມີ​ວິ​ທີ​ສຳ​ພັດ​ໃໝ່​ກ່ຽວ​ກັບບັນຫາ​ບໍ່​ໃໝ່ອຽມ​. ກອງ​ປະຊຸມ​ສຳ​ມະ​ນາ​​ສັງ​ເກດບັນຫາປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່​ແມ່ນ​ສັງ​ເກດ​ຈາກ 1 - 2 ປະ​ເທດ ຫຼື ບັນ​ຫາ​ກຳລັງ​ແຮງ​ຂອງ 1 2 ປະ​ເທດ ຫາກສັງ​ເກດ​ຈາກ​ຄວາມ​ສາມັກຄີ ​ແລະ ສຽງ​ເວົ້າຂອງ​ປະຊາ​ຄົມ​​ໂລກ ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ.”

        ດ້ວຍ​ຖານະ​ເປັນ​ສະມາຊິກ​ອາ​ຊຽນ, ຫວຽດນາມ ​ຢື່ນຢັນ​ຄວາມສະ​ເໜີ​ຕົ້ນ​ສະ​ເໝີ​ປາຍ​ວ່າ ຢາກ​ແກ້​ໄຂ​ທຸກ​ບັນຫາ​​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ອາວຸດ ຫຼື​ນາບ​ຂູ່​ນ້ຳ​ໃຊ້​ກຳລັງອາ​ວຸດ, ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ