ກອງປະຊຸມເຈລະຈາເຈົ້າໜ້າທີ່ຂັ້ນສູງ ຈີນ - ສ.ເກົາຫຼີ

(VOVWORLD) - ວັນທີ 08 ກັນຍາ, ທ່ານ ຢ໋າງຈິງຈຽນ ກຳມະການຄະນະລັດຖະບານ ຈີນ ແລະ ທ່ານ Chung Eui-yong ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນກອງປະຊຸມທາບທາມຄຳເຫັນຢູ່ນະຄອນຫລວງ ປັກກິງ ຂອງ ຈີນ.
ກອງປະຊຸມເຈລະຈາເຈົ້າໜ້າທີ່ຂັ້ນສູງ ຈີນ - ສ.ເກົາຫຼີ - ảnh 1

ທ່ານ ຢ໋າງຈິງຈຽນ  ພາບ:Yonhap/TTXVN

ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ທ່ານ Chung Eui-yong ໄດ້ແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມ ສປປ.ເກົາຫຼີ ຂອງທ່ານຫວ່າງມໍ່ໆມານີ້ ດ້ວຍຖານະເປັນທູດພິເສດຂອງທ່ານປະທານາທິບໍດີ Moon Jae-in. ນອກນັ້ນ, ວົງການເຈົ້າໜ້າທີ່ ຈີນ ແລະ ສ.ເກົາຫຼີ ກໍ່ໄດ້ປຶກສາຫາລືກ່ຽວກັບບັນຫາຊຸກຍູ້ວິວັດທະນາການໄກ່ເກ່ຍດ້ານການເມືອງໃນແຫຼມ ເກົາຫຼີ ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນ 2 ຝ່າຍ.

        ກ່ອນໜ້ານັ້ນ, ວັນທີ 05 ກັນຍາ, ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ, ທ່ານ Chung Eui-yong ໄດ້ຢ້ຽມຢາມ ພຽງຢາງ ເພື່ອປຶກສາຫາລືລາຍລະອຽດໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ຊຶ່ງຄາດວ່າ ຈະດຳເນີນໃນເດືອນ ກັນຍາ ຢູ່ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ