ກະ​ກຽມ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດໃຫ້​ເປັນ​ຢ່າງ​ດີ

(VOVWORLD) - ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ເປັນປະທານການປະຊຸມກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ຈະຈັດຂຶ້ນໃນວັນທີ 15 ສິງຫາ.
ກະ​ກຽມ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 25 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດໃຫ້​ເປັນ​ຢ່າງ​ດີ - ảnh 1

   ຕອນບ່າຍວັນທີ 11 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ເປັນປະທານການເຮັດວຽກ ໃຫ້ຄຳເຫັນກ່ຽວກັບຮ່າງບົດລາຍງານໝາກຜົນການຕິດຕາມກວດກາການປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ ເພື່ອຍື່ນສະເໜີຕໍ່ ຄະນະປະຈຳສະພາແຫ່ງຊາດໃນວາລະປະຊຸມຄັ້ງທີ 25 ທີ່ຈະມາເຖິງນີ້.

   ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ກໍ່ໄດ້ເປັນປະທານການປະຊຸມກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມໃນວັນທີ 15 ສິງຫາ ໃນລາຍການ ວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຊື່ງຈະສຸມໃສ່ບັນດາໝວກບັນຫາຂຶ້ນກັບຂົງເຂດຂອງກະຊວງຍຸດຕິທຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບບາງບັນຫາມິລັກສະນະສະຖານະການ ໄດ້ຮັບຄວາມສົນໃຈຈາກ ປຊຊ.

ຕອບກັບ

ຂ່າວ/ບົດ​ອື່ນ