ກະຊວງການເງິນອາເມລິກາຢືນຢັນບໍ່ມີພະຍານຫຼັກຖານສະຫຼຸບເລື່ອງຫວຽດນາມ ຄອບງຳເງິນຕາ

(VOVWORLD) -ກະຊວງການເງິນອາເມລິກາ ໃຫ້ຮູ້ວ່າ ບໍ່ມີຫຼັກຖານຢ່າງພຽງພໍເພື່ອອອກຂໍ້ສະຫຼຸບວ່າ ຫວຽດນາມ ຄອບງຳເງິນຕາເພື່ອແນໃສ່ສ້າງທ່າສະດວກໃນການແກ່ງແຍ້ງດ້ານການຄ້າ.
ກະຊວງການເງິນອາເມລິກາຢືນຢັນບໍ່ມີພະຍານຫຼັກຖານສະຫຼຸບເລື່ອງຫວຽດນາມ ຄອບງຳເງິນຕາ - ảnh 1ສຳນັກງານທະນາຄານແຫ່ງລັດຫວຽດນາມ
(ພາບປະກອບ: TTXVN)

ວັນທີ 16 ເມສາ, ກະຊວງການເງິນອາເມລິກາ ໃຫ້ຮູ້ວ່າ ບໍ່ມີຫຼັກຖານຢ່າງພຽງພໍເພື່ອອອກຂໍ້ສະຫຼຸບວ່າ ຫວຽດນາມ ຄອບງຳເງິນຕາເພື່ອແນໃສ່ສ້າງທ່າສະດວກໃນການແກ່ງແຍ້ງດ້ານການຄ້າ. ກະຊວງການເງິນອາເມລິກາ ໄດ້ອອກຖະແຫຼງການດັ່ງກ່າວໃນບົດລາຍງງານທີ່ໄດ້ຮັບການປະຕິບັດເປັນ 6 ເດືອນເທື່ອໜຶ່ງເພື່ອຍືນສະເໜີຕໍ່ສະພາແຫ່ງຊາດ. ພ້ອມກັບຫວຽດນາມ, ອາເມລິກາ ກໍ່ນຳ ສະວິດ ແລະ ໄຕຫວັນ (ຈີນ) ອອກຈາກບັນຊີລາຍຊື່ເຊິ່ງ ວໍຊິງຕັນ ໄດ້ຖືວ່າໄດ້ຄອບງຳອັດຕາແລກປ່ຽນເງິນຕາຕ່າງປະເທດ.

        ກ່ອນໜ້ານັ້ນ, ວັນທີ 16 ທັນວາ 2020, ກະຊວງການເງິນອາເມລິກາ ໄດ້ປະກາດບົດລາຍງານກ່ຽວກັບ “ນະໂຍບາຍເສດຖະກິດມະຫາພາກ ແລະ ເງິນຕາຕ່າງປະເທດຂອງບັນດາຄູ່ຮ່ວມມືໃຫຍ່ຂອງອາເມລິກາ”, ຕາມນັ້ນແລ້ວ, ເປັນຕັ້ງທຳອິດຫວຽດນາມ ແລະ ສະວິດ ຖືກຈັດເຂົ້າບັນຊີລາຍຊື່ຄອບງຳເງິນຕາດັ່ງກ່າວ.

        ປະຕິກິລິຍາຕໍ່ເລື່ອງ, ອຳນາດການປົກຄອງອາເມລິກາ ກຳນົດວ່າ ຫວຽດນາມ ແມ່ນປະເທດຄອບງຳເງິນຕາ, ກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: ຫວຽດນາມ ໄດ້ຮັກສາການເຈລະຈາ ແລະ ການທາບທາມຄວາມເຫັນ ບົນຈິດໃຈສ້າງສັນກັບຝ່າຍອາເມລິກາ ເພື່ອແກ້ໄຂບັນດາບັນຫາທີຍັງຄົງຄ້າງໃນການພົວພັນທາງດ້ານເສດຖະກິດ, ການຄ້າ 2 ຝ່າຍຕາມທິດຍືນຍົງ ແລະ ມີຄວາມກົມກ່ຽວກັບຜົນປະໂຫຍດຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ