ການປ່ຽນແປງຂອງດິນຟ້າອາກາດ: ອາເມລິກາ ບໍ່ເຫັນດີກ່ຽວກັບເນື້ອໃນການປ່ຽນແປງຂອງດິນຟ້າອາກາດໃນຖະແຫຼງການຮ່ວມຈີ7

(VOVWORLD) - ໃນຖະແຫຼງການຮ່ວມຂອງກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ຍົກອອກມາໃນວັນທີ 12 ມິຖຸນາ, ອາເມລິກາ ບໍ່ເຫັນດີກັບບັນດາເນື້ອໃນກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືບັນດາແຜນການອື່ນໆ ເພື່ອແນໃສ່ອຸປະຖຳໃຫ້ແກ່ການພັດທະນາແບບຍືນຍົງ.

ການປ່ຽນແປງຂອງດິນຟ້າອາກາດ: ອາເມລິກາ ບໍ່ເຫັນດີກ່ຽວກັບເນື້ອໃນການປ່ຽນແປງຂອງດິນຟ້າອາກາດໃນຖະແຫຼງການຮ່ວມຈີ7 - ảnh 1ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງກອງປະຊຸມ

(ພາບ: AFP)

ຕາມຖະແຫຼງການດັ່ງກ່າວແລ້ວ, ອາເມລິກາ ອະທິບາຍວ່າ ເລື່ອງເຂົາເຈົ້າບໍ່ເຫັນດີກັບບັນດາເນື້ອໃນໂດຍບັນດາປະເທດສະມາຊິກອື່ນໆໃນກຸ່ມ ຈີ 7 (ເຊິ່ງລວມມີ: ອີຕາລີ, ການາດາ, ຍີ່ປຸ່ນ, ຝຣັ່ງ, ອັງກິດ ແລະ ເຢຍລະມັນ) ຍົກອອກມາ ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ກ່ຽວກັບບັນດາທະນາຄານພັດທະນາ ຫຼາຍຝ່າຍໃນຖະແຖງການຮ່ວມ ແມ່ນການສ່ອງແສງຂໍ້ຕົກລົງຫວ່າງມໍ່ໆນີ້ຂອງ ວໍຊິງຕັນ ທີ່ຖອນອອກ ກໍ່ຄືຢຸດຕິໃນທັນທີເລື່ອງປະຕິບັດສັນຍາ ປາຣີ ແລະ ບັນດາຄຳໝັ້ນສັນຍາການເງິນທີ່ກ່ຽວຂ້ອງ. ອາເມລິກາ ຈະສືບຕໍ່ສົ່ງຜົນກະທົບເຖິງບັນດາຄູ່ຮ່ວມມືສາກົນຫຼັກແຫຼ່ງ ຕາມວິທີການເໝາະສົມ ດ້ວຍບັນດາບຸລິມະສິດພາຍໃນປະເທດເພື່ອປົກປັກຮັກສາ ທັງພື້ນຖານເສດຖະກິດ ແລະ ສິ່ງແວດລ້ອມທີ່ປອດໃສ.

ຕອບກັບ

ຂ່າວ/ບົດ​ອື່ນ