ການ​ວາງ​ແຜນ​ຜັງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ບົດ​ບາດ, ທີ່​ຕັ້ງ​ສຳ​ຄັນ​ພິ​ເສດ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ຕອນເຊົ້າວັນທີ 23 ສິງຫາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງໄດ້ຈັດການປະຊຸມໃຫ້ຄຳເຫັນກ່ຽວກັບການວາງແຜນຜັງນະຄອນ ໂຮ່ຈີມິນ ໄລຍະ 2021 - 2030, ວິໄສທັດຮອດປີ 2050.
ການ​ວາງ​ແຜນ​ຜັງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ບົດ​ບາດ, ທີ່​ຕັ້ງ​ສຳ​ຄັນ​ພິ​ເສດ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ - ảnh 1(ພາບ: VOV)

   ກ່າວຄຳເຫັນສະຫລຸບ, ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ໃສ່ໃຈວ່າ: ການວາງແຜນຜັງຕ້ອງຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກ, ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາປະກາດໃຊ້ໃນໄລຍະຜ່ານມາ ເປັນລະອຽດ, ໂດຍສະເພາະແມ່ນມະຕິເລກທີ 31 ຂອງກົມການເມືອງ ກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ ຮອດປີ 2030, ວິໄສທັດຮອດປີ 2045.

   ທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ເນັ້ນໜັກວ່າ: ຕ້ອງຂຸດຄົ້ນເຂດໜ້າດິນ, ໜ້ານ້ຳ, ເຂດໃຕ້ດິນ, ເຂດນ່ານຟ້າຢ່າງມີປະສິດທິຜົນ; ຈັດຕັ້ງປະຕິບັດເຂດຕົວເມືອງ, ການບໍລິການ, ອຸດສາຫະກຳ, ຊົນນະບົດໃຫ້ເໝາະສົມ; ກຳນົດທິດບັນດາຮູບແບບຄົມມະນາຄົມທັນສະໄໝ, ສົມກັບໂສມໜ້າຂອງນະຄອນທົ່ວໂລກໃນອະນາຄົດ.

ກົມການເມືອງສະເໜີໃຫ້ອົງຄະນະພັກນະຄອນ ໂຮ່ຈີມິນ ສຸມໃສ່ຊີ້ນຳການສ້າງແຜນຜັງສຳເລັດໂດຍໄວ. ພາຍຫຼັງການວາງແຜນຜັງໄດ້ຮັບການອະນຸມັດຜ່ານ, ຕ້ອງຕັດສິນໃຈ, ຂ້ຽວຂາດ, ມີກົນໄກ, ນະໂຍບາຍທະລຸລ່ວງ, ຊຸກຍູ້ທຸກແຫຼ່ງກຳລັງເພື່ອຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ, ກໍ່ສ້າງນະຄອນໂຮ່ຈີມິນ ສົມກັບຄວາມປາດຖະໜາຂອງສູນກາງພັກ, ກົມການເມືອງ ແລະ ປຊຊ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ