ການສົນທະນາດ້ານແຮງງານ 2014 ລະຫວ່າງ ຫວຽດນາມ - ອາເມລິກາ

ການສົນທະນາດ້ານແຮງງານ 2014 ລະຫວ່າງ ຫວຽດນາມ - ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ການ​ສົນທະນາ​ດ້ານ​ແຮງ​ງານ 2014 ລະຫວ່າງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ແລະ ກະຊວງ​ແຮງ​ງານ ອາ​ເມ​ລິ​ກາ ດຳ​ເນີນ​ໄປ​ໃນ​ວັນ​ທີ 05/12, ຢູ່​ຮ່າ​ໂນ້ຍ. ຕາ​ມທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ​ທະຫານ​ເສຍອົງຄະ ​ແລະ ​ສັງຄົ​ມຫວຽດນາມ ຢ້ວານ​ເມົ້າ​ຢຽບ ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, 2 ກະຊວງ ​ໄດ້​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງ​ທ້າທາຍ​ໃນ​ຫຼາຍ​ຂົງ​ເຂດ. ການ​ພົວພັນ​ຮ່ວມ​ມື​ດັ່ງກ່າວ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​​ເປີດ​ກວ້າງ​ໃນ​ທຸກ​ຂົງ​ເຂດ ສ້າງ​ກົດໝາຍ, ໜູນ​ຊ່ວຍ​ເຕັກນິກ​ສຳລັບ​ບັນດາ​ຂົງ​ເຂດ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ຄວາມ​ປອດ​ດ້ານ​ໜ້າໄພ​ອະນາ​ໄມ​ອອກແຮງ​ງານ, ​ເດັກນ້ອຍ… ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຢ້ວານ​ເມົ້າ​ຢຽບ ​ຫວັງ​ວ່າ, ດ້ວຍ​ຈິດ​ໃຈ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ 2 ຝ່າຍ​ຈະ​ແລກປ່ຽນ​ຂໍ້​ມູນຂ່າວສານ, ຕີ​ລາຄາ​ຄືນ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ຢ່າງ​ໝັ້ນຄົງ​ໃນ​ອະນາຄົດ.

        ສ່ວນ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຮງ​ງານ ອາ​ເມ​ລິ​ກາ Mark Nitterhause ​ໃຫ້​ຮູ້​ວ່າ: 2 ກະຊວງ ​ໄດ້​ມີ​ຫຼາຍໂຄງການ​ແລກປ່ຽນ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ການ​ຮ່ວມ​ມື. ການ​ເຈລະຈາ​ລະຫວ່າງ 2 ຝ່າຍຄັ້ງ​ນີ້ ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ມຸ່ງ​ໄປ​ເຖິງ​ຂໍ້​ຕົກລົງ ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ 2 ອົງການ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ