ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ60ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ10/10

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ60ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ10/10 - ảnh 1
ພິ​ທີ​ປະ​ດັບ​ຫລຽນ​ໄຊ​ເອ​ກະ​ລາດ ແລະ ຫລຽນ​ໄຊ​ແຮງ​ງານ​

(vovworld)-​ ຕອນ​ບ່າຍ​ວັນ​ທີ6/10, ນະ​ຄອນຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ດັບ​ຫລຽນ​ໄຊ​ເອ​ກະ​ລາດ ແລະ ຫລຽນ​ໄຊ​ແຮງ​ງານ​ໃຫ້​ແກ່​ບັນ​ດາ​ການ​ນຳ​ນະ​ຄອນ​ຜ່ານ​ໄລ​ຍະຕ່າງໆ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຟ້າມກວາງງີ້, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ແບ່ງ​ປັນ​ກັບ​ຊາວ​ນະ​ຄອນ​ຫລວງ ແລະ ທົ່ວ​ປະ​ເທດ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ໃນ​ບັນ​ຍາ​ກາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ກ່ອນນີ້ 60 ປີ. ທ່ານ ຟ້າມ​ກວາງງີ້ ປາດ​ຖະ​ຫນາ​​ວ່າບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ນະ​ຄອນ ສືບ​ຕໍ່​ປະ​ກອບ​ສ່ວນ​ກຳ​ລັງ​ເຫື່ອ​ແຮງ, ພູມ​ປັນ​ຍາ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນ​ຫລວງ.

 

 

 

ຂ່າວ/ບົດ​ອື່ນ