ການເຈລະຈາລະຫວ່າງ ລັດເຊຍ ແລະ ຝ່າຍຄ້ານ ຊີຣີ ຖືກປະລາໄຊ

(VOVWORLD) - ວັນທີ 1 ກໍລະກົດ, ຝ່າຍຄ້ານ ຊີຣີ ຢູ່ເຂດຕາເວັນຕົກພາກໃຕ້ຂອງປະເທດນີ້ ແລະ ບັນດານັກເຈລະຈາ ລັດເຊຍ ໄດ້ເຊື່ອມຕໍ່ບັນດາການປຶກສາຫາລືຄືນໃໝ່ໂດຍ ຈໍແດນ ເປັນຄົນກາງ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ.

ການເຈລະຈາລະຫວ່າງ ລັດເຊຍ ແລະ ຝ່າຍຄ້ານ ຊີຣີ ຖືກປະລາໄຊ - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

(ພາບ: AFP/TTXVN)

ທ່ານ Abu Shaima, ໂຄສົກຂອງຫ້ອງການຜູ້ຕາງໜ້າບັນດາຝ່າຍໃນກຳລັງກອງທັບ ຊີຣີ ເສລີພາບ (FSA) ເຂົ້າຮ່ວມການເຈລະຈາກັບ ລັດເຊຍ, ວັນທີ 4 ກໍລະກົດ, ໄດ້ປະກາດວ່າ ຝ່າຍຄ້ານຊີຣີ ແລະ ວົງການເຈົ້າໜ້າທີ່ ລັດເຊຍ ບໍ່ອາດບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ຢຸດຕິສະພາບການປະທະກັນຢູ່ພາກໃຕ້ຂອງປະເທດ ຕາເວັນອອກກາງນີ້. ສາຍເຫດຖືກປະລາໄຊແມ່ນຍ້ອນ ລັດເຊຍ ໄດ້ຮຽກຮ້ອງຕ້ອງເກັບຄືນບັນດາອາວຸດໜັກ.

        ວັນທີ 1 ກໍລະກົດ, ຝ່າຍຄ້ານ ຊີຣີ ຢູ່ເຂດຕາເວັນຕົກພາກໃຕ້ຂອງປະເທດນີ້ ແລະ ບັນດານັກເຈລະຈາ ລັດເຊຍ ໄດ້ເຊື່ອມຕໍ່ບັນດາການປຶກສາຫາລືຄືນໃໝ່ໂດຍ ຈໍແດນ ເປັນຄົນກາງ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ. ກ່ອນໜ້ານັ້ນ, ວັນທີ 30 ມິຖຸນາ, ການເຈລະຈາລະຫວ່າງ FSA ແລະ ລັດເຊຍ ກໍ່ໄດ້ສິ້ນສຸດລົງໃນສະພາບບໍ່ມີທາງອອກ ເມື່ອຝ່າຍຄ້ານບໍ່ຍອມຮັບຄຳຮຽກຮ້ອງຍອມຈຳນົນຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ