ກຳປູເຈຍ ປະກາດໝາກຜົນ ເບື້ອງຕົ້ນຂອງການເລືອກຕັ້ງໃນຕອນເຊົ້າວັນທີ 12 ສິງຫາ

ກຳປູເຈຍ ປະກາດໝາກຜົນ ເບື້ອງຕົ້ນຂອງການເລືອກຕັ້ງໃນຕອນເຊົ້າວັນທີ 12 ສິງຫາ - ảnh 1
(ພາບປະກອບ: EuroNews)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 12/8, ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ​ປະກາດ​ໝາກຜົນ​ເບື້ອງຕົ້ນ​ຂອງການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5. ຕາມ​ນັ້ນແລ້ວ​ ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ​ຍາ​ດ​ໄດ້ຈຳນວນບັດ​​ເລືອກ​ຕັ້ງ​ຫລາຍ​ກວ່າ​ໝູ່ ​ແລະ ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ​ຢືນ​ອັນ​ດັບ​ສອງ. ​ແຈ້ງການ​ຂອງ NEC ​ໃຫ້​ຮູ້​ວ່າ: ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 28/7 ຜ່ານ​ມາ, ພັກ​ປະຊາຊົນ​ກຳປູ​ເຈຍ  ຍາດ​ໄດ້​ບັດ​ເລືອກ​ຕັ້ງກວ່າ 3,2 ລ້ານບັດ, ຖັດມາ​ແມ່ນ​ພັກ CNRP  ຍາດ​ໄດ້​ເກືອບ 3 ລ້ານ​ບັດ, ຈຳນວນ​ບັດ​ຍັງ​ເຫລືອ​ແມ່ນ​ຂຶ້ນ​ກັບ 6 ພັກ​ອື່ນທີ່​ ​ເຂົ້າ​ຮ່ວມ​ການ​ເລ​ືອກຕັ້ງ​ຄັ້ງ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, NEC ບໍ່​ທັນ​ປະກາດ​ທີ່​ນັ່ງ​ລະອຽດ​ຊື່​ງແຕ່ລະ​ພັກຍາດ​ໄດ້. ດ້ວຍ​ຈຳ​ນວນ​ບັດ​ດັ່ງກ່າວ, CPP ຍາດໄດ້ທີ່ນັ່ງກ່າຍເຄິ່ງໃນຍອດ​ຈຳນວນທີ່ນັ່ງຂອງສະພາແຫ່ງຊາດຊຸດໃຫມ່ ແລະ ຈະສືບຕໍ່ກຳອຳນາດ.ໝາກຜົນດັ່ງກ່າວ ບັນດາພັກຈະພິຈາລະນາ, ຮ້ອງທຸກໃນເວລາ 72 ຊົ່ວໂມງ. ຕາມທ່ານ Tep Nytha, ເລຂານຸການ NEC ແລ້ວ, NEC ຈະປະກາດໝາກຜົນສຸດທ້າຍກ່ອນວັນທີ 8/9.

ຂ່າວ/ບົດ​ອື່ນ