ກຳປູເຈຍ:ພັກCNRPສືບຕໍ່ຮຽກຮ້ອງໃຫ້ສືບສວນການເລືອກຕັ້ງສະພາແຫ່ງຊາດຄືນໃໝ່

ກຳປູເຈຍ:ພັກCNRPສືບຕໍ່ຮຽກຮ້ອງໃຫ້ສືບສວນການເລືອກຕັ້ງສະພາແຫ່ງຊາດຄືນໃໝ່ - ảnh 1
ຮອງປະທານ CNRP Kem Sokha
(ພາບ: AFP/TTXVN)

(vovworld) – ວັນ​ທີ 30/3, ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ​ໄດ້​ອອກ​ມະຕິ​ສືບ​ຕໍ່​ຮຽກຮ້ອງ​​ໃຫ້ສືບສວນ​ບັນດາ​ການລະ​ເມີດ​ໃນ​ການ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດ​ເມື່ອ​ເດືອນ 7/2013 ຫຼື ຈັດ​ຕັ້ງ​ການ​ເລືອກ​ຕັ້ງຄືນ​ໃໝ່. ມະຕິ​ລວມມີ 10 ຂໍ້ຂອງ CNRP ຢືນຢັນ​ສະໜັບສະໜູນ​ເລື່ອງ​ເຈລະຈາ​ກັບ ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ ​ເພື່ອ​​ແນ​ໃສ່​ຊອກຫາ​ມາດ​ຕະການ​ແກ້​ໄຂ​ສະພາບ​ການ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ ນັບ​ແຕ່​ພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ເດືອນ 7/2013 ​ແຕ່​ດ້ວຍ​ຫຼັກການ “ສື​ບສວນ​ ຫຼື ​ເລືອກ​ຕັ້ງ​ຄືນ​ໃໝ່”. ຕາມ CNRP ​ແລ້ວ​, ​ໃນ​ກໍລະນີ​ເລືອກ​ຕັ້ງ​ຄືນ​ໃໝ່, ຄະນະ​ກຳມະການ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ຕ້ອງ​ໄດ້​ຮັບ​ການ​ປະຕິ​ຮູບ​ຢ່າງ​​ເຖິງ​ຖອງ​ເພື່ອ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ ​ແລະ ບັນຊີ​ລາຍ​ຊື່​ສະມາຊິກ​ຂອງ​ຄະນະ​ກຳມະການ​ນີ້​ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ 2/3 ສະມາຊິກ​ສະພາ​ແຫ່ງ​ຊາດ. CNRP ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ບໍ່​ທັນ​ແກ້​ໄຂ​ວິ​ກິດ​ການ​ກາ​ນ​ເມືອງ​ພາຍຫຼັງ​ການ​ເລືອກຕັ້ງ, ບັນດາ​ສະມາຊິກ CNRP ທີ່​ໄດ້ຮັບ​ການ​ເລືອກ​ຕັ້ງ​ຈະ​ບໍ່​​ໄດ້ເຂົ້າ​ຮ່ວມ​ສະພ​າ​ແຫ່ງ​ຊາດ​ຊຸດ​ທີ 5. ​ໃນ​ກໍລະນີ​ບັນດາ​ຄຳ​ຮຽກຮ້ອງ​ບໍ່​ໄດ້​ຮັບ​ການ​ຕອບ​ສະໜອງ, CNRP ຈະ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ເພື່ອ​ຄັດຄ້ານ.

 



ຂ່າວ/ບົດ​ອື່ນ