ຂະແຫນງແຜນການແລະການລົງທຶນມີບົດບາດສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ

ຂະແຫນງແຜນການແລະການລົງທຶນມີບົດບາດສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ - ảnh 1
ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ
photo:baodautu.vn

(vovworld)- ​ ​ ​ຕອນ​ເຊົ້າ​ວັນ​ທີ 9/12 ຢູ່ ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແຫນງ​ແຜນ​ການ ແລະ ການ​ລົງ​ທຶນ (30/12/1945-30/12/2015), ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ໄດ້​ເນັ້ນ​ຫນັກ​ວ່າ: ຂະ​ແຫນງ​ແຜນ​ການ ແລະ ການ​ລົງ​ທຶນ ມີ​ບົດ​ບາດ​ສຳ​ຄັນ​​ເຂົ້າໃນ​ການພັດ​ທະ​ນາ​ ແລະ ກ້າວ​ຂຶ້ນ​ຂອງ​ປະ​ເທດ​ຊາດ. ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ຂະ​ແຫນງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ມີ​ການ​ປະ​ກອບ​ສ່ວນ​ເໝາະ​ສົມ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຍຸດ​ທະ​ສາດ ຊື່ງ​ພັກ ແລະ ລັດ​ວາງ​ອອກ, ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຕໍ່​ສູ້​ຍາດ​ເອ​ກະ​ລາດ, ໂຮ​ມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຈາກ​ປະ​ເທດ​ມີ​ລາຍ​ຮັບ​ຕ່ຳ​ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ລະ​ດັບ​ລາຍ​ຮັບ​ປານ​ກາງ​ຄື​ປະ​ຈຸ​ບັນ. ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ກ່າວ​ວ່າ:

        “ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຄວນ​ຍົກ​ສູງ​ຄຸນ​ນະ​ພາບ​ເປັນ​ເສ​ນາ​ທິ​ການ​ສັງ​ລວມ​ເພື່ອ​ຮັບ​ໃຊ້​ການ​ນຳ, ການ​ຊີ້​ນຳ​ກ່ຽວ​ກັບ​ແຜນ​ການ ແລະ ການ​ລົງ​ທຶນ ເພື່ອ​ຊຸກ​ຍູ້​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຕ່​ລະ​ຫົວ​ຫນ່ວຍ, ທ້ອງ​ຖິ່ນ ແລະ ຂອງ​ທົ່ວ​ປະ​ເທດ. ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ແຫລ່ງ​ທຶນ ຕາມ​ທິດ​ປະ​ຢັດ, ຕ້ານ​ການ​ຮົ່ວ​ໄຫລ, ການ​ຟຸມ​ເຟືອຍ, ມີ​ຄວາມໂປ່ງ​ໃສ, ບັນ​ລຸ​ປະ​ສິດ​ທິ​ຜົນ​ສູ​ງ.ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ທຸກ​ເງື່ອນ​ໄຂ, ສົ່ງ​ເສີມ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ.”

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ ໄດ້​ມອບ​ຫລຽນ​ໄຊ​ໂຮ່​ຈິ​ມີນ ຄັ້ງ​ທີ 2 ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົ​ງ​ທຶນ.

 

 

 

 

ຂ່າວ/ບົດ​ອື່ນ