ຄະນະປະຈຳສະພາ ແຫ່ງຊາດ ຕິດຕາມ ກວດກາການປະຕິ ບັດນະໂຍບາຍ ກ່ຽວກັບຜູ້ມີຄຸນ ງາມຄວາມດີ

ຄະນະປະຈຳສະພາ ແຫ່ງຊາດ ຕິດຕາມ ກວດກາການປະຕິ ບັດນະໂຍບາຍ ກ່ຽວກັບຜູ້ມີຄຸນ ງາມຄວາມດີ - ảnh 1
ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 13/4, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong, ຄະນະ​ປຳຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ​້ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​​ໝາກຜົນ​ແຫ່ງການຕິ​ດຕາມ​ກວດກາ “ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ”. ​ເມື່ອລາຍ​ງານ​ໝາກຜົນ​ການ​ຕິດ​ຕາມ​ກວດກາ, ທ່ານ​ນາງ Truong Thi Mai, ຫົວໜ້າ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຄະນະ​ຕິດຕາມ​ກວດກາ​ໃຫ​້ຮູ້​ວ່າ: ຂອບ​ເຂດ​ແຫ່ງ​ການ​ຕິດຕາມ​ກວດກາ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ການຈັດ​ຕັ້ງ, ປະຕິບັດ​ນະ​ໂຍບາຍ​ກົດໝາຍ​​ໃຫ້​ບຸລິມະສິດ​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດນັບ​ແຕ່​ປີ 2005 ມາ​ຮອດ​ປະຈຸ​ບັນ. ຜ່ານ​ການ​ຕິ​ຕາມ​ກວດກາ​ກໍເຫັນ​ວ່າ​: ພ້ອມ​ກັບ​ການ​ພັດທະນາຂອງ​ປະ​ເທດ​ຊາດ, ບັນດາ​ນະ​ໂຍບາຍ​​ໃຫ້ບຸລິມະສິ​ດ​ແກ່​ຜູ້​ມີ​ຄຸນງາມຄວາມດີ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດ​​ເທື່ອ​ລະ​ກ້າວ, ຮອບດ້ານ​ພໍ​ສົມ​ຄວນ​, ​ກວມ​ເອົາ​ບັນດາ​ເປົ້າ​ໝາຍ​ທີ່​ມີ​ຄຸນງາມຄວາມດີ. ​ເກືອບ​ທັງໝົດຄະນະ​ຕິດຕາມ​ກວດກາ​ກໍ່​ໄດ້​ສະ​ເໜີ​ຫຼາຍ​ຂໍ້​ສະ​ເໜີ​​ແນະ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​.​.​.​.​. ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປະຕິບັດ​​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ຜູ້​ມີ​ຄຸນງາມຄວາມດີ, ປະກອບສ່ວນ​ຮັບປະກັນ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ຜູ້​ມີ​ຄຸນງາມຄວາມດີສ້າງຊີວິດ​ການ​ເປັນ​ຢູ່, ສືບ​ຕໍ່​ຢືນຢັນ​ບົດບາດ​ໃນ​ວົງ​ຄະນະ​ຍາດ​ສັງຄົມ.

ຂ່າວ/ບົດ​ອື່ນ