ຄະນະປະຈຳສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍການສະສົມແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍການສະສົມແຫ່ງຊາດ - ảnh 1

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດປຶກສາ​ຫາລື ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ

(ພາບ: tinmoi.vn)

(vovworld) – ຕອນ​ເຊົ້າວັນ​ທີ 11/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສືບ​ຕໍ່​ລາຍການ​ເຮັດ​ວຽກ ຂອງ​ວາລະ​ປະຊຸມ​ຄັ້ງ​ທີ 7, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ. ສະມາຊິກ​ຫຼາຍ​ທ່ານ​ໃນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ຖື​ວ່າ: ອົງການ​ຮຽບຮຽງ ຄວນ​ພິຈາລະນາ​ຮັດ​ແຄ​ບ​ເປົ້າໝາຍ​ນຳ​ໃຊ້​ການ​ສະ​ສົມ​ແຫ່ງ​ລັດ ​ໂດຍ​ອີງ​ໃສ່​ການ​ສ້າງ​ຄວາມ​ດຸ່ນ​ດ່ຽງແຫຼ່ງກຳລັງ, ຮັບປະກັນ​ໃຫ້​ເໝາະ​ສົມ​ກັບ​ລັກສະນະ​ຂອງ​ການ​ສະ​ສົມ​ແຫ່ງ​ຊາດ, ຫຼິກລ້ຽງ​ກະ​ແຈກ​ກະຈາຍ, ບໍ່​ເໝາະ​ສົມ, ຕາມ​ນັ້ນ​ແລ້ວ, ​ແຫຼ່ງກຳລັງ​ສະ​ສົມ​ແຫ່ງ​ຊາດ​ພຽງ​ແຕ່​ໄດ້​ນຳ​ໃຊ້​ໃນ​ບັນດາ​ກໍລະນີ​ທີ່​ຮີບ​ດ່ວນ. ກ່ຽວ​ກັບ​ການສະສົມ​ດ້ວຍ​ເງິນຕາ, ​ຄຳ​ຄິດ​ຄຳ​ເຫັນ​ສ່ວນ​ຫຼາຍສະ​ເໜີ​ວ່າຄວນ​ສະ​ສົມ​ດ້ວຍ​ສິນຄ້າ, ວັດຖຸ​ທີ່​ຈຳ​ເປັນ. ກ່ຽວ​ກັບ​ບັນຫາ​ຫັນ​ເປັນ​ສັງຄົມ​ໃນ​ການ​ສະ​ສົມ​ແຫ່ງ​ຊາດ, ຫົວໜ້າກຳມາ​ທິການ​ກົດໝາຍ Phan Trung Ly ຖື​ວ່າ: ​​ໃນ​​ເງື່ອນ​ໄຂ​ປະຈຸ​ບັນ, ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ການ​ສະ​ສົມ​ແຫ່ງ​ຊາດ, ຕ້ອງ​ຫັນ​ເປັນ​ສັງຄົມ​ແຫຼ່ງກຳລັງ​ສະ​ສົມ​ແຫ່ງ​ຊາດ, ສ້າງ​ກົນ​ໄກ, ສົ່ງ​ເສີມ​ບັນດາ​ອົງ​ການ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດ ​ແລະ ບັນດາ​ແຫຼ່ງກຳລັງ​ອື່ນ​ນອກ​ຈາກ​ແຫຼ່ງງົບປະມານ​ແຫ່ງ​ລັດ​ເຂົ້າ​ຮ່ວມ. ສະຫຼຸບ​ເນ​ື້ອ​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ສະ​ເໜີ​ໃຫ້​ອົງການ​ຮຽບຮຽງ​ຄວນ​ຮັບຮູ້, ​ເພີ່ມ​ເຕີມ​ຄວາມ​ເຫັນ​ຂອງ​ບັນດາ​ຜູ້​ແທນ, ​ເຮັດ​​ໃຫ້​ບາງເນື້ອ​ໃນຈະ​ແຈ້ງ​ກ່ວາ ​ເພື່ອ​ຍືນ​ສະ​ເໜີ​ທີ່​ກອງ​ປະຊຸມ​ຄັ້ງທີ 3 ທີ່​ຈະ​ມາ​ເຖິງ.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ປຶກສາ​ຫາລື​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລາຄາ ​ແລະ ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ແຫຼ່ງນ້ຳ​ສະບັບ​ປັບປຸງ.

ຂ່າວ/ບົດ​ອື່ນ