ຄະນະປະຈຳສະພາແຫ່ງຊາດສືບຕໍ່ການເຮັດວຽກໃນກອງປະຊຸມຄັ້ງທີ 14

(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມຄັ້ງທີ 14, ຕອນເຊົ້າວັນທີ 13 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດຈຸດໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. 
ຄະນະປະຈຳສະພາແຫ່ງຊາດສືບຕໍ່ການເຮັດວຽກໃນກອງປະຊຸມຄັ້ງທີ 14 - ảnh 1 ການເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດໃນວັນທີ 13 ກັນຍາ

ບົດລາຍງານຂອງລັດຖະບານໄດ້ສະແດງໃຫ້ເຫັນບັນດາໝາກຜົນພົ້ນເດັ່ນໃນວຽກງານຄວາມສະເໝີພາບລະຫວ່າງ ຍິງ -ຊາຍ. ຕາມກົນໄກນະໂຍບາຍ, ກົດໝາຍກ່ຽວກັບຄວາມສະເໝີພາບສືບຕໍ່ໄດ້ຮັບການປະຕິບັດໃຫ້ສຳເລັດ, ໃນນັ້ນມີບັນດານະໂຍບາຍສະເພາະ ເພື່ອແນໃສ່ສ້າງເງື່ອນໄຂ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາຂົງເຂດໃນການດຳລົງຊີວິດທີ່ໄດ້ປະກາດໃຊ້. ບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມອັດຕາແມ່ຍິງເຂົ້າຮ່ວມບັນດາອົງການໂດຍປະຊາຊົນເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ປະກອບສ່ວນເພີ່ມອັດຕາສະມາຊິກສະພາແຫ່ງຊາດຍິງໃນສະພາແຫ່ງຊາດຊຸດທີ 14, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 -2021.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງມະຕິກຳນົດກ່ຽວກັບການຄຸ້ມຄອງ, ນຳໃຊ້ງົບປະມານແຫ່ງລັດສຳລັບບາງການເຄື່ອນໄຫວພົວພັນຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ