ງານພົບປະແລກປ່ຽນສິລະປະກ່ຽວກັບທະເລ,ໝູ່ເກາະຂອງປະເທດຊາດ

ງານພົບປະແລກປ່ຽນສິລະປະກ່ຽວກັບທະເລ,ໝູ່ເກາະຂອງປະເທດຊາດ - ảnh 1
ພາບປະກອບ

(vovworld) - ວັນ​ທີ 27/7, ຢູ່​ນະຄອນ ດ່າ​ໜັ້ງ, ​ໄດ້​ດຳ​ເນີນງານພົບປະ​ແລກປ່ຽນ​ວັດທະນະທຳ, ສີ​ລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວາງ​ຊາ - ​ເຈື່ອງ​ຊາ ດັ່ງ​ກ້ອງ​ກັງວານ”. ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ກອງ​ບັນຊາ​ການ​ທະຫານ​ເຂດ 3, ຕຳຫຼວດ​ທະ​ເລ, ກຳລັງກວດກາ​ການ​ປະມົງ​ພ້ອມ​ກັບ​ວົງ​ການ​ນັກ​ສິລະ​ປິນ, ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ, ປະຫວັດສາດ ​ແລະ ນັກຮຽນ, ນັກ​ສຶກສາ​ທັງ​ພາຍ​ໃນ ​​ແລະ ນອກ​ນະຄອນ ດ່າ​ໜັ້ງ. ລາຍການ​ໄດ້ຮັບ​ການຈັດ​ຕັ້ງ​ດ້ວຍ​ການສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສິລະ​ປະ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະຫງ່າ​ອົງອາດ, ຍ້​ອງຍໍ​ສັນ​ວະ​ເສີນ​ຄວາມ​ຮັກ​ທີ່​ມີ​ຕໍ່​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທ​ດຊາດ.​​.​.​ ລາຍການ​ແມ່ນ​ສຽງ​ເວົ້າ​ຂອງ​ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ວັດທະນະທຳ​ສີ​ລະ​ປະ​ມຸ່ງ​ໄປ​ເຖິງ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ