ງານ​ວາງ​ສະ​ແດງ 3D ແບບ​ທາງ​ໄກ “ພໍ່​ແມ່​ປະ​ຊາ​ຊົນ​ນະ​ຄອນຫຼວງເອີຍ”

(VOVWORLD) - ງານວາງສະແດງໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ (ວັນທີ 10 ຕຸລາ 1945 – 10 ຕຸລາ 2024), ຜ່ານນັ້ນ, ແນະນຳເຖິງມະຫາຊົນບັນດາເອກະສານ, ຮູບພາບທີ່ພັນລະນາກ່ຽວກັບບັ້ນຕໍ່ສູູ້ຕ້ານຝລັ່ງ ຂອງກອງທັບ ແລະ ປະຊາຊົນ ຮ່າໂນ້ຍ.
ງານ​ວາງ​ສະ​ແດງ 3D ແບບ​ທາງ​ໄກ “ພໍ່​ແມ່​ປະ​ຊາ​ຊົນ​ນະ​ຄອນຫຼວງເອີຍ” - ảnh 1ມີຮູບພາບ ແລະ ເອກະສານຫຼາຍຢ່າງຈະໄດ້ນຳມາວາງສະແດງໃນຄັ້ງນີ້ (ພາບ: daibieunhandan.vn)

ສູນເກັບຮັກສາແຫ່ງຊາດ I ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຮວ່ານກຽມ ຈັດຕັ້ງງານວາງສະແດງ 3D ແບບທາງໄກ ດ້ວຍຫົວຂໍ້ “ພໍ່ແມ່ປະຊາຊົນນະຄອນຫຼວງເອີ້ຍ” ໃນວັນທີ 20 ກັນຍາ ຈະມາເຖິງ ຢູ່ເຮືອນຮັບແຂກລັດຖະບານ, ເລກທີ 2 ຖະໜົນ ເລແທກ, ເມືອງຮວ່ານກຽມ, ນະຄອນ ຮ່າໂນ້ຍ. ງານວາງສະແດງໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ (ວັນທີ 10 ຕຸລາ 1945 – 10 ຕຸລາ 2024), ຜ່ານນັ້ນ, ແນະນຳເຖິງມະຫາຊົນບັນດາເອກະສານ, ຮູບພາບທີ່ພັນລະນາກ່ຽວກັບບັ້ນຕໍ່ສູູ້ຕ້ານຝລັ່ງ ຂອງກອງທັບ ແລະ ປະຊາຊົນ ຮ່າໂນ້ຍ. ຄະນະຈັດຕັ້ງ ຫວັງວ່າ ຜ່ານງານວາງສະແດງນີ້ ຈະນຳມາເຊິ່ງການສຳຜັດທີ່ໜ້າຈັບໃຈໃຫ້ແກ່ມະຫາຊົນ ດ້ວຍເຕັກໂນໂລຢີດີຈີຕອນ, ສະໜອງບັນດາຂໍ້ມູນທີ່ເປັນປະໂຫຍກກ່ຽວກັບປະຫວັດສາດນະຄອນຫຼວງ ຮ່າໂນ້ຍ - ດິນແດນອະລິຍະທຳນັບພັນປີ, ດິນແດນວິລະຊົນ ແລະ ສັນຕິພາບໃນປະຫວັດສາດ ຫວຽດນາມ, ປະກອບສ່ວນປຸກລຸກນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນ ຮ່າໂນ້ຍ ໄປຄຽງຄູ່ກັບພາລະກິດພັດທະນາອຸດສາຫະກຳວັດທະນະທຳໃນບໍລິເວນນະຄອນຫຼວງ.


ຕອບກັບ

ຂ່າວ/ບົດ​ອື່ນ