ຫວຽດ​ນາມ ສະ​ໜັບ​ສະ​ໜູນ ມະ​ຕິ​ກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ຂ້ອງ​ເຖິງ​ດິນ​ແດນ ປາ​ແລັດ​ສະ​ຕິນ ຖືກ​ຢຶດ​ຄອງ

(VOVWORLD) - ທຸກມາດຕະການທີ່ກ່ຽວຂ້ອງເຖິງຄວາມຄືບໜ້າສ້າງສັນຕິພາບຢູ່ຕາເວັນອອກກາງນັ້ນ ຕ້ອງປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ, ພິເສດແມ່ນມະຕິສະບັບຕ່າງໆຂອງ ສປຊ. 
ຫວຽດ​ນາມ ສະ​ໜັບ​ສະ​ໜູນ ມະ​ຕິ​ກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ຂ້ອງ​ເຖິງ​ດິນ​ແດນ ປາ​ແລັດ​ສະ​ຕິນ ຖືກ​ຢຶດ​ຄອງ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄຳເຫັນ ທີ່ກອງປະຊຸມ (ພາບ: VOV)

ໃນລະຫວ່າງວັນທີ 17 – 18 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ ໄດ້ດຳເນີນວາລະປະຊຸມດ່ວນພິເສດຂອງສະມັດຊາໃຫຍ່ ສປຊ ກ່ຽວກັບ “ບັນດາການກະທຳທີ່ຜິດກົດໝາຍຂອງ ອິດສະຣາແອັນ ຢູ່ Jerusalem ຕາເວັນອອກ ແລະ ສ່ວນຍັງເຫຼືອຂອງດິນແດນ ປາແລັດສະຕິນ ຖືກຢຶດຄອງ”, ບົນພື້ນຖານບັນດາຄຳເຫັນໃຫ້ປຶກສາຈາກສານຍຸຕິທຳສາກົນ (ICJ) ໃນວັນທີ 19 ກໍລະກົດ. ກອງປະຊຸມ ໄດ້ຮັບຮອງເອົາມະຕິໂດຍ ປາແລັດສະຕິນ ຍົກອອກມາ ຮຽກຮ້ອງໃຫ້ ອິດສະຣາແອັນ ຢຸດຕິການຢຶດຄອງດິນແດນ ປາແລັດສະຕິນ ພາຍໃນ 12 ເດືອນຈະມາເຖິງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ເຄົາລົບ ແລະ ສະໜັບສະໜູນສານຍຸຕິທຳສາກົນ ປະຕິບັດບັນດາພັນທະໜ້າທີ່ຂອງຕົນ, ໃນນັ້ນ ມີການຍົກອອກຄຳເຫັນໃຫ້ຄຳປຶກສາ, ພ້ອມທັງຖືວ່າ ທຸກມາດຕະການທີ່ກ່ຽວຂ້ອງເຖິງຄວາມຄືບໜ້າສ້າງສັນຕິພາບຢູ່ຕາເວັນອອກກາງນັ້ນ ຕ້ອງປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ, ພິເສດແມ່ນມະຕິສະບັບຕ່າງໆຂອງ ສປຊ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຫວຽດນາມ ຈິດໜຶ່ງໃຈດຽວສະໜັບສະໜູນບັນດາຄວາມມານະພະຍາຍາມສາກົນ ແລະ ຂອງປະຊາຊົນ ປາແລັດສະຕິນ ເພື່ອແນໃສ່ບັນລຸໄດ້ມາດຕະການສອງລັດ ຕາມມະຕິສະບັບຕ່າງໆທີ່ກ່ຽວຂ້ອງເຖິງ ສປຊ, ສອດຄ່ອງກັບກົດໝາຍສາກົນ, ກັບເສັ້ນຊາຍແດນ ກ່ອນປີ 1967 ແລະ Jerusalem ຕາເວັນອອກ ແມ່ນນະຄອນຫຼວງຂອງ ລັດ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ