ງານວາງສະແດງວິຈິດສິນ ກ່ຽວກັບຫົວເລື່ອງການ ສ້າງສາແລະປົກປັກ ຮັກສາປະເທດຊາດ


ງານວາງສະແດງວິຈິດສິນ ກ່ຽວກັບຫົວເລື່ອງການ ສ້າງສາແລະປົກປັກ ຮັກສາປະເທດຊາດ - ảnh 1
(ພາບ: TTXVN)

(vovworld) –​​ ງານ​ວາງສະ​ແດງ​ວິຈິດ​ສິນ​ກ່ຽວ​ກັບ​ຫົວ​ເລື່ອງ​ກຳ​ລັງ​ປະກອບ​ອາວຸດ, ສົງຄາມ​ປະຕິວັດ, ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໄດ້​ຖືກ​ໄຂ​ຂຶ້ນ​ໃນວັນ​ທີ 3/11, ຊື່ງ​ໄດ້​ນຳ​ມາ​ວາງສະ​ແດງ​ຮູບ​ແຕ້ມ, ​ຮູບແກະ​ຄວັດ​ສະຫຼັກ 200 ​ແຜ່ນ​ຊື່​ງ​ໄດ້​ຄັດ​ເລືອກ​ຈາກ​ບັນດາ​ບັ້ນຂົນຂວາຍ​ວິຈິດ​ສິນ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຫົວ​ເລື່ອງ​ດັ່ງກ່າວ. ບັນດາ​ຮູບ​ແຕ້ມ, ​ຮູບແກະ​ຄວັດ​ສະຫຼັກ​ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ການສະ​ແດງ​ໃໝ່​ອຽມ, ມີ​ລັກສະນະ​ພິ​ເສດສະ​ເພາະ, ສ່ອງ​ແສງ​ໃຫ້​ເຫັນ​ມູນ​ເຊື້ອອັນ​ສະຫງ່າ​ລາສີ​ຂອງ​ກອງທັບ ປຊຊ ຫວຽດນາມ; ຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ຮັກ​ຊາດ, ກຽມພ້ອມ​ສູ້​ຮົບ, ຍອມ​ເສຍສະຫຼະ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ, ຂອງ​ກຳລັງ​ປະກອບ​ອາວຸດ​ໃນ​ການ​ຕໍ່ຕ້ານ​ຕັ້ງຕ່າງໆ, ​ໃນ ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜູ້​ເຂົ້າຮ່ວມ​ງາມ​ວາງສະ​ແດງ​ຫຼາຍ​ທ່ານ​​ໄດ້​ເລືອກ​ເອົາ​ຫົວ​ເລື່ອງ​ປະດິດ​ສ້າງ​ແມ່ນ​ນັກຮົບ​ໃນ​ໄລຍະ​ປ່ຽນ​ໃໝ່, ຫົວ​ເລື່ອງ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ​ທະ​ເລ, ​ໄຫຼ່​ທະວີບຂອງ​ປະ​ເທດ​ຊາດ, ສາຍ​ພົວພັນ​ລະຫວ່າງ​ທະຫານ ​ແລະ ປຊຊ, ນ້ຳໃຈ​ສາມັກຄີ​ສາກົນ​ທີ່​ສູງ​ສົ່ງ. ງານ​ວາງສະ​ແດງ​ໄດ້​ປະກອບສ່ວນ​ໂຄສະນາ, ສຶກສາ​ອົມ​ຮົມ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ​ເຈດ​ຈຳນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ຊາດ, ບົນ​ພື້ນຖານ​ນັ້ນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ພື້ນຖານ​ປ້ອງ​ກັນຊາ​ດ ທົ່ວ​ປວງ​ຊົນ, ການ​ປ້ອງ​ກັນ​ຄວາມ​ສະຫງົບ ປຊຊ, ປັບປຸງ​ນ້ຳ​ໃຈ​ສາມັກຄີ​ກັບ​ເພື່ອນ​ມິດສາ​ກົນ./.

ຂ່າວ/ບົດ​ອື່ນ