ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ບັນດາບັນດານັກສຶກສາລາວຢູ່ແຂວງເຊີນລາ

(VOVWORLD) -ວັນທີ 13 ເມສາ, ຢູ່ນະຄອນເຊີນ, ມະຫາວິທະຍາໄລ ໄຕບັກ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ບັນດາບັນດານັກສຶກສາ, ນັກຄົ້ນຄ້ວາລາວທີ່ມາຈາກ 8 ແຂວງພາກເໜືອຂອງລາວຊຶ່ງພວມຮ່ຳຮຽນຢູ່ໂຮງຮຽນດັ່ງກ່າວ
ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ບັນດາບັນດານັກສຶກສາລາວຢູ່ແຂວງເຊີນລາ - ảnh 1ລາຍການສະແດງສິລະປະເນື່ອງໃນໂອກາດບຸນປີໃໝ່ລາວ 

ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນໃນແຕ່ລະປີຢູ່ ມະຫາວິທະຍາໄລ ໄຕບັກ. ທ່ານ ໂດ້ຮົ່ງດຶກ ຫົວໜ້າພະແນກບຳລຸງສ້າງ, ມະຫາວິທະຍາໄລ ໄຕບັກ ໃຫ້ຮູ້ວ່າ :

    “ ພວກຂ້າພະເຈົ້າເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໃນໃຈຂອງນັກສຶກສາ, ນັກຄົ້ນລາວເມື່ອບຸນປີໃໝ່ວຽນມາ ຂະນະທີ່ພວກນ້ອງພວມຢູ່ຫ່າງໄກຈາກບ້ານເກີດເມືອງນອນ.  ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ຊອກຫາວິທີເພື່ອແບ່ງປັນກັບພວກນ້ອງກ່ຽວກັບຊີວິດທາງດ້ານຈິດໃຈດ້ວຍການຈັດ ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ບັນດາບັນດານັກສຶກສາ, ນັກຄົ້ນຄ້ວາລາວຢ່າງລອບຄອບທີ່ຖ້ວນ. ນີ້ແມ່ນວຽກງານທີ່ເປັນມູນເຊື້ອຂອງໂຮງຮຽນເພື່ອຊ່ວຍພວກນ້ອງບັນເທົ່າຄວາມຄິດຮອດຄິດເຖິງຄອບຄົວ ແລະ ໄດ້ຕ້ອນຮັບບຸນປີໃໝ່ຢ່າງມີຄວາມໝາຍຢູ່ດິນແດນຫວຽດນາມ ”

ຕອບກັບ

ຂ່າວ/ບົດ​ອື່ນ