ຈີນ ແລະ ອິນເດຍ ຍັງບໍ່ທັນສຳເລັດການຖອນທະຫານອອກຈາກຊາຍແດນ

(VOVWORLD) -ໂຄສົກກະຊວງການຕ່າງປະເທດອິນເດຍ ໄດ້ປະຕິເສດຂໍ້ມູນຂ່າວທີ່ວ່າ ອິນເດຍ ແລະ ຈີນ ໄດ້ສຳເລັດການຖອນທະຫານອອກຈາກສະຖານທີ່ຕ່າງໆຢູ່ເສັ້ນຊາຍແດນເກືອບທັງໝົດ.

ຈີນ ແລະ ອິນເດຍ ຍັງບໍ່ທັນສຳເລັດການຖອນທະຫານອອກຈາກຊາຍແດນ - ảnh 1

ທະຫານອິນເດຍ

(ພາບປະກອບ: PTI/vov.vn)

ຫວ່າງມໍ່ໆມານີ້, ທ່ານໂຄສົກກະຊວງການຕ່າງປະເທດຈີນ ອາງເວີນບິນ ຖະແຫຼງວ່າ, ກອງທັບຈີນ ແລະ ອິນເດຍ ໄດ້ຖອນອອກຈາກເສັ້ນຄວບຄຸມພື້ນທີ່ຕົວຈິງ (LAC) ເກືອບທັງໝົດແລ້ວ ແລະ 2 ປະເທດຍັງຮັກສາການເຈລະຈາຜ່ານຊ່ອງທາງການທູດ ແລະ ທາງການປ້ອງກັນປະເທດ. ເຖິງຢ່າງໃດກໍ່ຕາມ, ທີ່ກອງປະຊຸມຂ່າວນັດສາມັນຖືກດຳເນີນໃນຕອນບ່າຍວັນທີ 30 ກໍລະກົດ, ໂຄສົກກະຊວງການຕ່າງປະເທດອິນເດຍ Anurag Srivastava ໃຫ້ຮູ້ວ່າ, ຂໍ້ມູນດັ່ງກ່າວແມ່ນບໍ່ຖືກຕ້ອງ.

        ຝ່າຍອິນເດຍ ກໍ່ຢ້ຳຄືນວ່າ, “ການຮັກສາສັນຕິພາບ ແລະ ຄວາມສະຫງົບຢູ່ເຂດຊາຍແດນ” ແມ່ນພື້ນຖານຂອງການພົວພັນ 2 ຝ່າຍອິນເດຍ - ຈີນ. ທ່ານ Anurag Srivastava ກໍ່ສະແດງຄວາມປາດຖະໜາວ່າ ຝ່າຍຈີນ ຈະຮ່ວມມືຢ່າງຈິງໃຈເພື່ອສຳເລັດການຖອນທະຫານ, ຫຼຸດຜ່ອນການປິນຂັ້ນໄດ ແລະ ຟື້ນຟູສັນຕິພາບຢູ່ພາກພື້ນນີ້ຢ່າງໄວເທົ່າທີ່ສາມາດເຮັດໄດ້ຄືດັ່ງຜູ້ຕາງໜ້າພິເສດກ່ຽວກັບບັນຫາຊາຍແດນລະຫວ່າງ 2 ປະເທດໄດ້ເຫັນດີເປັນເອກະພາບນຳກັນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ