ຈຳ​ເລີຍ​ບຸກ​ໂຈມ​ຕີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແດນ​ມາກຖືກ​ຕັດ​ສິນ​ຈຳ​ຄຸກ

(VOVWORLD) - ຈຳເລີຍມີອາຍຸ 39 ປີ, ຖືກຈັບຕົວໃນທັນທີພາຍຫຼັງປະຕິບັດການບຸກໂຈມຕີຢູ່ສະໜາມຫຼວງແຫ່ງໜຶ່ງຢູ່ Copenhagen. 
ຈຳ​ເລີຍ​ບຸກ​ໂຈມ​ຕີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແດນ​ມາກຖືກ​ຕັດ​ສິນ​ຈຳ​ຄຸກ - ảnh 1ທ່ານນາງນາຍົກລັດຖະມົນຕີ ແດນມາກ Mette Frederiksen (ພາບ: AFP/TTXVN)

ວັນທີ 7 ສິງຫາ, ສານແຫ່ງໜຶ່ງຢູ່ແດນມາກ ໄດ້ອອກຄຳຕັດສິນຂອງສານ ໂດຍຈຳຄຸກ 4 ເດືອນ ແລະ ອອກຄຳສັ່ງເນລະເທດ ຈຳເລີຍຊາວ ໂປໂລຍອອກຈາກປະເທດ ຍ້ອນ ໂທດຖານບຸກໂຈມຕີທ່ານນາງນາຍົກລັດຖະມົນຕີ Mette Frederiksen ເມື່ອເດືອນມິຖຸນາ. ຈຳເລີຍມີອາຍຸ 39 ປີ, ຖືກຈັບຕົວໃນທັນທີພາຍຫຼັງປະຕິບັດການບຸກໂຈມຕີຢູ່ສະໜາມຫຼວງແຫ່ງໜຶ່ງຢູ່ Copenhagen. ຈຳເລີຍໄດ້ດຳລົງຢູ່ແດນມາກມາເປັນເວລາ 5 ປີ ແລະ ຈະຖືກເນລະເທດພາຍຫລັງສິ້ນສຸດການປະຕິບັດໂທດ. ນອກຈາກນັ້ນ, ຜູ້ນີ້ກໍ່ຖືກຫ້າມເຂົ້າເມືອງຂອງແດນມາກໃນໄລຍະ 6 ປີ.

ເຫດການໄດ້ເກີດຂຶ້ນພາຍຫຼັງບັນດາເຫດບຸກໂຈມຕີເລັ່ງໃສ່ບັນດານັກການເມືອງເອີລົບກ່ອນການເລືອກຕັ້ງສະມາຊິກລັດຖະສະພາ (EP) ເມື່ອເດືອນມິຖຸນາ. ວັນທີ 15 ພຶດສະພາ, ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ຖືກຍິງ 4ນັດ ເມື່ອທ່ານພວມທັກທາຍສະບາຍດີຜູ້ສະໜັບສະໜູນ ພາຍຫຼັງກອງປະຊຸມຂອງລັດຖະບານ. ມີນັກການເມືອງຂອງເຢຍລະມັນຈຳນວນໜຶ່ງກໍ່ຖືກບຸກໂຈມຕີຢູ່ສະຖານທີ່ເຮັດວຽກ ແລະ ຕາມເສັ້ນທາງຂົນຂວາຍຫາສຽງເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ