ຊຸກຍູ້ການຮ່ວມມືດ້ານການທະຫານລະຫວ່າງ ຫວຽດນາມ ແລະ ປະເທດ ອາຊຽນ ຈຳນວນໜຶ່ງ

(VOVWORLD) -  ທ່ານພົນໂທ ຫງວຽນເຕິນເກືອງ, ສະແດງຄວາມປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຮັກສາບັນດາຊ່ອງພົບປະເຈລະຈາ, ເຮັດວຽກທຸກຂັ້ນ, ເພີ່ມທະວີການພົບປະແລກປ່ຽນວິຊາສະເພາະ
ຊຸກຍູ້ການຮ່ວມມືດ້ານການທະຫານລະຫວ່າງ ຫວຽດນາມ ແລະ ປະເທດ ອາຊຽນ ຈຳນວນໜຶ່ງ - ảnh 1 (ທີ່ການພົບປະກັບທ່ານເສນາທິການໃຫຍ່ກຳລັງປະກອບອາວຸດ ຟີລິບປິນ)

        ໃນຂອບເຂດເຂົ້າຮ່ວມກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 21 (ACDFM-21) ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີບັນດາການພົບປະ 2 ຝ່າຍກັບຫົວໜ້າຄະນະຜູ້ແທນປະເທດໃນ ອາຊຽນ ຈຳນວນໜຶ່ງ.

        ທີ່ການພົບປະກັບທ່ານເສນາທິການໃຫຍ່ກຳລັງປະກອບອາວຸດ ຟີລິບປິນ, ພົນເອກ Romeo S Brawner Jr, ທ່ານພົນໂທ ຫງວຽນເຕິນເກືອງ, ສະແດງຄວາມປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຮັກສາບັນດາຊ່ອງພົບປະເຈລະຈາ, ເຮັດວຽກທຸກຂັ້ນ, ເພີ່ມທະວີການພົບປະແລກປ່ຽນວິຊາສະເພາະ, ໂດຍສະເພາະແມ່ນການພົບປະແລກປ່ຽນນາຍທະຫານໜຸ່ມ, ບັນດາການເຄື່ອນໄຫວສົມທົບກັນຮັບມືກັບສິ່ງທ້າທາຍ ຄວາມໝັ້ນຄົງແບບໃໝ່, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໃນໄລຍະຈະມາເຖິງ.

ຊຸກຍູ້ການຮ່ວມມືດ້ານການທະຫານລະຫວ່າງ ຫວຽດນາມ ແລະ ປະເທດ ອາຊຽນ ຈຳນວນໜຶ່ງ - ảnh 2(ທີ່ການພົບປະກັບຜູ້ບັນຊາການກຳລັງປ້ອງກັນຊາດ ໄທ)

        ທີ່ການພົບປະກັບຜູ້ບັນຊາການກຳລັງປ້ອງກັນຊາດ ໄທ, ທ່ານພົນເອກ   ຊົງວິດ ໜູນພັກດີ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວຈຸດສຸມເຊິ່ງກອງທັບ 2 ປະເທດຕ້ອງເອົາໃຈໃສ່ຜັນຂະຫຍາຍ, ຄື: ຈັດການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ໄທ ຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ສ້າງຕັ້ງກົນໄກທາບທາມຄວາມເຫັນທະຫານບົກ 2 ຝ່າຍ…

        ທີ່ການພົບປະກັບທ່ານພົນເຮືອໂທ Aaron Beng, ຜູ້ບັນຊາການກຳລັງປ້ອງກັນຊາດ ສິງກະໂປ, ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຂອງ 2 ຝ່າຍຈະສືບຕໍ່ເພີ່ມທະວີ, ຊຸກຍູ້ການຮ່ວມມືໃນຂົງເຂດຈຳນວນໜຶ່ງ, ຄື: ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາກົນໄກສົນທະນາປະຈຳປີ; ຮັກສາການຮ່ວມມືໃນຂົງເຂດການບຳລຸງສ້າງ…

ຕອບກັບ

ຂ່າວ/ບົດ​ອື່ນ