ຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ອາຟຣີກາໃຕ້

ຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ອາຟຣີກາໃຕ້ - ảnh 1
ພາບປະກອບ

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 11 -15/7, ພັກ​ກອມ​ມູນິດ ອາ​ຟຣີກາ​ໃຕ້ (ຫຼື SACP) ​ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຢູ່​ແຂວງ Kwazulu Natal (ປະ​ເທດ ອາ​ຟຣີກາ ​ໃຕ້). ​ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່ ມີ​ຜູ້​ແທນ 56 ທ່ານ​ຂອງ 30 ພັກ​ກອມ​ມູນິດ ​ແລະ ຝ່າຍ​ຊ້າຍ ທີ່​ມາ​ຈາກ​ບັນດາ​ທະວີບ. ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Truong Minh Tuan, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ, ​ເຂົ້າ​ຮ່ວມ ​ແລະ ສົ່ງ​ສານ​ອວຍພອນ​ຂອງ​ຄະນະ​ບໍລິຫາ​ນງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເຖິງ ກອງ​ປະຊຸມ​ໃຫຍ່. ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ ອາ​ຟຣີກາ​ໃຕ້ ຄັ້ງ​ນີ້ ​ໄດ​້ສຸມ​ໃສ່​ປຶກສາ​ຫາ​ລື​ເນື້ອ​ໃນ​ສຳຄັນຫຼາຍຢ່າງ ​ເພື່ອ​ສືບ​ຕໍ່​ນຳ ອາ​ຟຣີກາ​ໃຕ້ ກ້າວ​ຂຶ້ນ​ສັງຄົມ​ນິຍົມ. ກອງ​ປະຊຸມ​ໃຫຍ່ ​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດໃໝ່, ​ໃນ​ນັ້ນ ທ່ານ Blade Nzimande ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ອີກ​ສະ​ໄໝ​ໜຶ່ງ.  ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ຮອງ​ເລຂາທິການ​ໃຫຍ່​ຜູ້​ປະຈຳການ Zokawane Senzeni, ​ແລະ ​ເຮັ​ດວຽກ​ກັບ​ທ່ານ Matlhako Chris, ກຳມະການ​ກົມ​ການ​ເມືອງ ທັງ​ເປັນ​ເລຂາ​ສູນ​ກາງ​ພັກ​ຮັບ​ຜິ​ດຊອບ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ. ການ​ນຳ​ພັກ​ກອມ​ມູນິດ​ອາ​ຟຣີກາ​ໃຕ້ ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ອາ​ຟຣີກາ​ໃຕ້ ກ່ວາ​ອີກ. ຢູ່​ນອກ​ກອງ​ປະຊຸມ​ໃຫຍ່, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ 2 ຝ່າຍ​ຕ່າງໆ ກັບ​ບັນດາ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ກູ​ຍບາ, ອິນ​ເດຍ, ​ເນ​ປານ, ບຣາຊີ​ນ, ອັງກິດ, ຟຣັ່ງ.

ຂ່າວ/ບົດ​ອື່ນ