ຊຸກຍູ້ວິວັດທະນາການຫັນການຄ້າແລະການລົງທຶນເປັນເສລີ

ຊຸກຍູ້ວິວັດທະນາການຫັນການຄ້າແລະການລົງທຶນເປັນເສລີ - ảnh 1
ກອງ​ປະ​ຊຸມ​ຂອງ​ອົງ​ການ​ໜ​ູນ​ຊ່ວຍ​ການ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ
(ພາ​ບ​ປະ​ກອບ​ຈາກ: Nguyễn Khang – TTXVN)

(vovworld) - ຕອ​ນ​ບ່າຍ​ວັນ​ທີ 1/3, ຢູ່ນອກກອງ​ປະ​ຊຸມ​ເຈົ້​າ​ໜ້າ​ທີ່​ອ​າ​ວ​ຸ​ໂສ APEC 2017 ຄັ້ງ​ທີ 1 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ຢູ່​ນະ​ຄອນ ຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ, ຄະ​ນ​ະ​ເລ​ຂາ APEC ສາ​ກົນ ແລະ ອົງ​ການ​ໜູນ​ຊ່ວຍ​ນະ​ໂຍ​ບາຍ APEC ໄດ້ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ເພື່ອ​ແບ່ງ​ປັນ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC. ທີ່​ການ​ປະ​ຊຸມ​ຂ່າວ, ບັນ​ດາ​ນັກ​ປາ​ຖະ​ກະ​ຖາ ຮັບ​ຮູ້​ວ່າ: ອາ​ຊີ - ປາ​ຊີ​ຟິກ ຍັງ​ໄດ້​ຮັບ​ຖື​ວ່າ ເປັນ​ພາກ​ພື້ນ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ. ສະ​ເພາ​ະ​ໃນ​ປີ 2016, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ຫລຸດ​​ອັດ​ຕາ​ດ​ອ​ກ​ເບ້ຍ​ທະ​ນາ​ຄານ​ເພື່ອ​ຊຸກ​ຍູ້​ການ​ໃຊ້​ສອຍ, ພິ​ເສດ​ຢູ່​ໃນ​ພາກ​ເອ​ກະ​ຊົນ ແລະ ດຶງ​ດູດ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ການ​ກະ​ທົບ​ທີ່​ຫຍໍ້​ທໍ້​ຂອງວິ​ວັດ​ການ​ໂລ​ກາ​ພິ​ວັດ, ເສດ​ຖະ​ກິດ​ໂລກ​ເຕີບ​ໂຕບໍ່​ໝັ້ນ​ຄົງ ໄດ້​ສົ່ງ​ຜົນ​ສະ​ທ້ອ​ນ​ເຖິງ​ການ​ເຕີບ​ໂຕ​ຂອງ APEC. ໃນ​ສະ​ພາບ​ການນັ້ນ, ປີ APEC 2017 ຈະ​ວາງ​​ບັນ​ດາ​ຄາດ​ໝາຍ​ລະ​ອຽດ​ກ່​ວາ ເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ​່​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ກໍ່​ຄື​ການ​ເພີ່ມ​ທະ​ວີ​ບົດ​ບາດ ແລະ ​ການເຊື່ອມ​ຕໍ່​ຂອງ APEC ເພື່ອ​ຫັນ​ບັນ​ດາ​ຈຸດ​ໝາຍ​ຂອງ​ກຸ່ມນີ້​​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.


ຂ່າວ/ບົດ​ອື່ນ