ຊີຣີ: ກອງທັບ ແລະ ກຳລັງຝ່າຍຄ້ານຂໍ້ຕົກລົງ ຢຸດຍິງຢູ່ຫຼາຍແຫ່ງ

ຊີຣີ: ກອງທັບ ແລະ ກຳລັງຝ່າຍຄ້ານຂໍ້ຕົກລົງ ຢຸດຍິງຢູ່ຫຼາຍແຫ່ງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/02, ກອງທັບ ​ແລະ ກຳລັງ​ຝ່າຍ​ຄ້ານ​ເຫັນ​ດີຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ສະຖານ​ທີ່​​ເຄັ່ງຮ້ອນ​ບາງ​ແຫ່ງ​ອ້ອມ​ນະຄອນຫຼວງ Damascus. ຢູ່​ເຂດ​ຊານ​ນະຄອນ Babbila, ທາງ​ພາກ​ໃຕ້​ນະຄອນຫຼວງ Damascus, ​ເຂົ້າ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ມື​ປືນ ​ແລະ ທະຫານ​ລັດຖະບານ​ໂອ້​ລົມ​ກັນ, ນີ້​ແມ່ນ​ຊິ່ງທີ່ກ່ອນ​ນີ້ 2 - 3 ວັນ ບໍ່​ມີ​ໃຜ​ຄິດ​ເຖິງ. ຄຽງ​ຂ້າງ Babbila, ບັນດາ​ຂໍ້​ຕົກລົງ​ຢຸດ​ຍິງ​ອື່ນ​ກໍ່​ບັນລຸ​ໄດ້​ຢູ່​ Qudsaya, Moadamiyet al – Sham, Barzed, Beit Sahem, Yalda ​ແລະ Yarmuk. ບັນດາ​ຂໍ້​ຕົກລົງ​ດັ່ງກ່າວລວມມີ​ຄຳ​ສັ່ງ​ຢຸດ​ຮົບ, ຢຸດຕິ​ການ​ປິດ​ລ້ອມ ​ແລະ ອະນຸຍາດ​ໃຫ້​ຂົນ​ສົ່ງ​ທັນ​ຍາຫານ​ເຂົ້າ​ບັນ​ດາ​ເຂດ​ໂດຍ​ພວກ​ທະຫານ​ກະບົດ​ຄວບ​ຄຸມ ​ແລະ​ ກົງກັນຂ້າມ, ບັນດາ​ນັກຮົບ​ຝ່າຍ​ຄ້ານ​ຈະ​ມອບ​ອາວຸດ​ປະ​ເພດໜັກ ​ແລະ ອຳ​ນາດ​ການ​ປົກຄອງ​ໄດ້​ຊັກ​ທຸງຊາດ​ຢູ່​ບັນດາ​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ