ຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດມີຄວາມປະທັບໃຈເມື່ອມາຢ້ຽມຢາມສຸສານປະທານໂຮ່ຈິມິນ

(VOVWORLD) -ວັນທີ 11 ກໍລະກົດ, ໄດ້ເປີດສາກລາຍການຄ້າຍພັກແລ້ງຫວຽດນາມ 2019, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ ແລະ ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
ຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດມີຄວາມປະທັບໃຈເມື່ອມາຢ້ຽມຢາມສຸສານປະທານໂຮ່ຈິມິນ - ảnh 1(ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດວາງພວງມາລາຢູ່ສຸສານປະທານໂຮ່ຈິມິນ)

ພາຍຫຼັງເຂົ້າວາງພວງມາລາຢູ່ສຸສານປະທານໂຮ່ຈິມິນ, ບັນດາຜູ້ແທນໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານທຳນຽບປະທານໂຮ່ຈິມິນ, ຢ້ຽມຢາມບ່ອນຢູ່ ແລະ ບ່ອນເຮັດວຽກຂອງເພິ່ນ. ໃນເຮືອນຮ້ານ, ມີເພື່ອນໜຸ່ມຫຼາຍຄົນໄດ້ສະແດງຄວາມປະຫຼາດໃຈເມື່ອເຫັນບັນດາເຄື່ອງໃຊ້ແມ່ນລຽບງ່າຍທີ່ສຸດເຊິ່ງແມ່ນສະຖານທີ່ດຳລົງຊີວິດ ແລະ ເຮັດວຽກຂອງຜູ້ນຳທີ່ຍິ່ງໃຫຍ່ໃນຊຸມປີກ່ອນທີ່ຈະຈາກໄປ. ເພື່ອນ ຈິ້ງດຶກ, ຊາວຫວຽດນາມ ອາໄວຢູ່ເຢຍລະມັນ, ແບ່ງປັນວ່າ.

        “ນ້ອງປະຫຼາດໃຈເມື່ອເຫັນວ່າ ປະທານໂຮ່ຈິມິນ ດຳລົງຊີວິດຢ່າງລຽບງ່າຍທີ່ສຸດ, ເຮືອນຮ້ານຫຼັງນ້ອຍໆ, ດ້ວຍເຄື່ອງໃຊ້ລຽບງ່າຍໄດ້ເຮັດໃຫ້ນ້ອງມີຄວາມຕື້ນຕັນໃຈທີ່ສຸດ. ພາຍຫຼັງທີ່ຮັບຊົມຮູບເງົາເອກະສານກ່ຽວກັບເພິ່ມໃນເວລາຈະຈາກໄປນັ້ນ, ເພິ່ມກໍ່ຍັງເປັນຫ່ວງເປັນໄຍຕໍ່ຊາຕາກຳປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ”.

        ຕໍ່ຈາກນັ້ນ, ຄະນະຜູ້ແທນຊາວໜຸ່ມໄດ້ໄປຢ້ຽມຢຽມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ຢູ່ທີ່ນີ້, ພວກເພື່ອນໄດ້ຮັບຟັງບັນດາເລື່ອງລາວ, ຊົມບັນດາຮູບເງົາສາລະຄະດີ, ຊົມເບິ່ງວັດຖຸພັນ, ພາບຖ່າຍທີ່ລ້ຳຄ່າກ່ຽວກັບປະຫວັດສາດໃນການສ້າງສາ ແລະ ປົກປັກຮັກສາຂອງຊາດຫວຽດນາມ ແຕ່ສະໄໝເຈົ້າຊີວິດຮຸ່ງ ຮອດສະໄໝປະທານໂຮ່ຈິມິນ.

        ພິທີໄຂຄ້າຍພັກແລ້ງຫວຽດນາມ 2019 ຈະດຳເນີນໃນວັນທີ 12 ກໍລະກົດ, ຢູ່ເຂດປູຊະນີຍະສະຖານເຂດປອດໄພທ໊າຍງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ