ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ

ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ - ảnh 1
ທ່ານ ດິງ​ເທ໋ຮີງ ກຳມະການ​ກົມ​ການ​ເມືອງ, ​​ເລຂາສູນ​ກາງ​ພັກ
​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ແຂວງ​ຮ່ານາມ
(ພາບ: cpv.org.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 3/12, ຢູ່​ແຂ​ວງຮ່າ​ນາມ, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໂດ​ຍທ່ານ ດິງ​ເທ໋ຮີງ (Dinh The Huynh), ກຳມະການ​ກົມ​ການ​ເມືອງ, ​​ເລຂາສູນ​ກາງ​ພັກ, ຫົວ​ນ້າ​ຄະນະ​​ໂຄສະນາ​ສຶກສາ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ແຂວງ​ຮ່ານາມ ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບການ “ສືບຕໍ່​ຍູ້​ແຮງ​ການ​ປະຕິບັດ​ຕາມ​ແບບຢ່າງ ​ແລະ ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ”. ທ່ານ ດິງ​ເທ໋ຮີງ ​ໄດ້​ຖື​ວ່າ, ຈຸດ​ທີ່​ພົ້ນ​ເດັ່ນຂອງ​ແຂວງ​ຮ່າ​ນາມ ສະ​ແດງອອກ​ຢູ່​ບ່ອນ​ວ່າ ​ໄດ້​ສຸມ​ໃສ່ຊີ້​ນຳ​ການ​​ແຈ້ງ​ວຽກ​ງານ “ປະຕິບັດ​ຕາມແບບຢ່າງ ​ແລະ ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ” ຂອງ​​ພະນັກງານ, ສະມາຊິກ​ພັກ ຕາມພາລະ​ໜ້າ​ທີ່, ບົດບາດທີ່​ຕັ້ງ​ຂອງແຕ່ລະຄົນ. ທ່ານ​ດິງ​ເທ໋ຮີງ ​​ໄດ້ຕັກ​ເຕື່ອນ​​ວ່າ ປີ 2013, ບັນດາ​ຂັ້ນ, ຂະ​ແໜງ​ການ​ ​ແລະ ທ່ອງ​ຖິ່ນ​ຕ່າງໆຂອງ​ແຂວງ​ຮ່າ​ນາມ ຕ້ອງກຳນົດການ​ຮໍ່າຮຽນ​, ພິ​ເສດ​ແມ່ນ​ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ຢູ່ບັນດາ​ຂະ​ບວນການ​ມະຫາຊົນ, ປະຊາທິປະ​ໄຕ; ຍົກ​ສູງ​ໜ້າທີ່​ເປັນ​ແບບຢ່າງ, ພິ​ເສດ​ແມ່ນ​ການ​ນຳ​ຫຼັກ​​ແຫຼ່ງທຸກ​ຂັ້ນ. ບັນດາ​ຄະ​ນະ​ພັກ ສືບ​ຕໍ່​ນຳ​ເຂົ້າ​ການ​ດຳ​ເນີນ​ຊີວິດ​ເປັນ​ປະຈຳຢ່າງ​ແທດ​ຈິງ​ໃນ​ທົ່ວ​ອົງຄະ​ນະ​ພັກ, ​ເອົາ​ໃຈ​ໃສ່​ຊີ້​ນຳ​ການ​ເຂົ້າ​ຮ່ວມ​ເສັງ​ຊິງລາງວັນ​ປະດິດ​ສ້າງ, ​ໂຄສະນາ​ເຜີຍ​ແຜ່, ບັນດາ​ບົດ​ປະພັນວັນນະຄະດີ​ສີ​ລະ​ປະ ​ແລະ ບົດ​ໜັງ​ສື່​ພິມ​ກ່ຽວ​ກັບ​ຫົວ​ເລື່ອງ “ສືບຕໍ່​ຍູ້​ແຮງ​ການ​ປະຕິບັດ​ຕາມ​ແບບຢ່າງ ​ແລະ ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ”.

ຂ່າວ/ບົດ​ອື່ນ