ທ່ານ Jonhn Mc Cain ສະມາຊິກສະພາສູງ ອາເມລິກາ ປາດຖະຫນາຢາກຊຸກຍູ້ການພົວພັນກັບ ຫວຽດນາມ

ທ່ານ Jonhn Mc Cain ສະມາຊິກສະພາສູງ ອາເມລິກາ ປາດຖະຫນາຢາກຊຸກຍູ້ການພົວພັນກັບ ຫວຽດນາມ - ảnh 1
ທ່ານ John McCain ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ​
ພາບ:internet


(vovword)- ອາ​ເມ​ລິ​ກາ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ.​ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ John McCain ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ກ່ຽວ​ກັບ​ແງ່​ຫວັງ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ. ​ເພື່ອ​ນຳ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່, ທ່ານ John McCain ຖື​ວ່າ:

        “ຖ້າ​ຂ້າພະ​ເຈົ້າ​ແມ່ນ​ປະທານາທິບໍດີ ອາ​ເມ​ລິ​ກາ ຂ້າພະ​ເຈົ້າ​ກໍ​ຈະ​ເຮັດ​ສິ່ງ​ທີ່​ປະທານາທິບໍດີ Obama ປະຈຸ​ບັນ ພວມ​ຫັນ​ການ​ພົວພັນ​​ໄປ​ຍັງ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ກໍ່ສ້າງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ, ບັນດາ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ຈະ​ກັບ​ຕ່າວ​ຄືນ​ຢ້ຽມຢາມ ຫວຽດນາມ, ​​ເຮັດ​ຄື​ແນວ​ນັ້ນ ສາຍ​ພົວພັນ ​ແລະ ນ້ຳ​ໃຈ​ມິດຕະພາບ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ.”

Minh Hien ນັກ​ຂ່າວ VOV ປະຈຳ ອາ​ເມ​ລິ​ກາ

 

 

 

 

 

 

ຂ່າວ/ບົດ​ອື່ນ