ທ່ານນາງຮອງປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດ

ທ່ານນາງຮອງປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດ - ảnh 1
ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ປະ​ດັບ​ຫລຽນ​ໄຊ​ເອ​ກະ​ລາດຊັ້ນ​ຫນຶ່ງ​ໃຫ້​ໂຮງ​ຮຽນ
ພາບ:TTXVN
(vovworld)-  ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລ​ີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ ຈັດ​ຂຶ້ນ​ໃນ ຕອນ​ເຊົ້າ​ວັນ​ທີ 6/11, ຢູ່ ຮ່າ​ໂນ້​ຍ, ທ່ານ​ນາງ ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ຊື່ງ​ໂຮງ​ຮຽນ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ໃນ 60 ປີ​ຜ່ານ​ມາ ແລະ ເນັ້​ນ​ຫນັກ​ວ່າ: ໃນ​ໄລ​ຍະ​ເຊື່ອມ​ໂຍງ, ພາ​ສາ​ຕ່າງ​ປະ​ເທດ ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ລະ​ຫວ່າງ​ຫວຽດ​ນາມກັບ​ໂລກ. ສະ​ນັ້ນ ເລື່ອງ​ສິດ​ສອນ​ພາ​ສາ​ຕ່າງ​ປະ​ເທດ​ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ.  ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ເນັ້ນ​ຫນັກ​ວ່າ:

        “ໂຮງ​ຮຽນ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ປ່ຽນ​ໃຫມ່​ຫລັກ​ສູດ, ລາຍ​ການ, ເນື້ອ​ໃນ​ ແລະ ວິ​ທີ​ສິດ​ສອນ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເຖິງ​ການ​ບຳ​ລຸງ​ສ້າງ​ຕາມ​ທິດ​ໝູນ​ໃຊ້​ເພື່ອ​ໃຫ້​ນັກ​ສຶກ​ສາ​ພາຍ​ຫລັງ​ຮຽນ​ຈົບ ມີ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ​ບັນ​ລຸ​ມາດ​ຖານ​ຂອງ​ພາ​ກ​ພື້ນ ແລະ ສາ​ກົນ.”

ຂ່າວ/ບົດ​ອື່ນ