ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ ​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ມາ​ເລ​ເຊຍ ​ເຂົ້າ​ຢ້ຽ​ມ​ອຳ​ລາ

(VOVWORLD) - ຕອນບ່າຍວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ M. Zamruni Khalid ເຊິ່ງໄດ້ປະຕິບັດອາຍຸການປະຕິບັດງານຄັ້ງທີ 2 ຢູ່ ຫວຽດນາມ ເປັນຢ່າງດີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ ​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ມາ​ເລ​ເຊຍ ​ເຂົ້າ​ຢ້ຽ​ມ​ອຳ​ລາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ M. Zamruni Khalid ເອກອັກຄະລັດຖະທູດ ມາເລເຊຍ (ພາບ:  VGP)

ທີ່ການຕ້ອນຮັບທ່ານ M. Zamruni Khalid ເອກອັກຄະລັດຖະທູດ ມາເລເຊຍເຂົ້າ      ຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ, ຕອນບ່າຍວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ M. Zamruni Khalid ເຊິ່ງໄດ້ປະຕິບັດອາຍຸການປະຕິບັດງານຄັ້ງທີ 2 ຢູ່ ຫວຽດນາມ ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ M. Zamruni Khalid ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ເພີ່ມພູນຄູນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ມາເລເຊຍ, ເປັນຕົ້ນແມ່ນການສົມທົບກັນຈັດຕັ້ງຫຼາຍເຫດການສຳຄັນສຳເລັດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສອງປະເທດ (30 ມີນາ 1973 – 30 ມີນາ 2018). ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມປາດຖະໜາຢາກໃຫ້ ມາເລເຊຍ ສະໜັບສະໜູນ ຫວຽດນາມ ໃນການປະຕິບັດບົດບາດເປັນປະທານ ອາຊຽນ 2020 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 -2021 ໃຫ້ສຳເລັດ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີວ່າ ບົນຈິດໃຈການພົວພັນມິດຕະພາບຮ່ວມມືລະຫວ່າງສອງປະເທດ, ບັນດາອົງການກ່ຽວຂ້ອງ ມາເລເຊຍ ຈະສືບຕໍ່ສ້າງເງື່ອນໄຂ, ຊ່ວຍເຫຼືອຊາວ ຫວຽດນາມ ເຄື່ອນໄຫວດຳເນີນທຸລະກິດ, ພັກພາອາໄສຢູ່ ມາເລເຊຍ.

        ສ່ວນທ່ານເອກອັກຄະລັດຖະທູດ M. Zamruni Khalid ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ ປະຕິບັດສຳເລັດອາຍຸການທາງການທູດຢູ່ ຫວຽດນາມ. ໃນໄລຍະເກືອບ 7 ປີຢູ່ ຫວຽດນາມ, ທ່ານ M. Zamruni Khalid ໄດ້ແບ່ງປັນວ່າ ປະເທດຊາດ ແລະ ຊາວຫວຽດນາມ ຍາມໃດກໍ່ຢູ່ໃນດວງໃຈຂອງຕົນ ແລະ ຢັ້ງຢືນວ່າ ຈະກັບມາຫວຽດນາມໂດຍໄວ, ພ້ອມທັງຮຽກຮ້ອງໃຫ້ບັນດານັກລົງທຶນມາ ລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ