ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມງານບຸນ 50 ປີແຫ່ງຂະບວນການວຽກດີພັນຢ່າງ

 (vovworld)-ຂະ​ບວນການ“ວຽກ​ດີ​ພັນ​ຢ່າງ”​ໄດ້​ຮັບ​ການ​ປຸກລະດົມ​​ເມື່ອ​ວັນ​ທີ24/3/1963 ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ຕາ​ແສງ ຕາມ​ເຊີນ ​ເທດສະບານ ຕື​ເຊີນ ​ແຂວງ ບັກ​ນີງ. ​ໃນ 50 ປີຜ່ານມາ, ຂະ​ບວນການ​ດັ່ງກ່າວ​ໄດ້​ພັດທະນາ​ຢ່າງ​ກວ້າງ​ຂວາງ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ດ້ວຍ​ຫລາຍ​ຮູບ​ການ​ທີ່​ມີ​ຊີວິດ​ຊີວາ ​ແລະ ຮອບດ້ານ​ໃນ​ທຸກ​ຂົງ​ເຂດ ກາຍ​ເປັນ​ຈຸດທີ່​ດີງາມ​ຂອງ​ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​​ທີ່ງານ​ບຸນ​ຊື່​ງຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 15/5 ຢູ່ ​ແຂວງ ບັກ​ນີງ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ປະຕິບັດ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ​ເພື່ອ​ຜົນ​ປະ​ໂຫຍ​ດ 10 ປີ​ປູກ​ຕົ້ນ​ໄມ້, ​ເພື່ອ​ຜົນ​ປະ​ໂຫຍ​ດ 100 ປີ​ສ້າງ​ຄົນ” ຄະນະ​ພັກ​ຂັ້ນ​ຕ່າງໆ, ອຳນາດ​ການ​ປົກຄອງ, ບັນດາ​ຄະນະ, ຂະ​ແຫນງ​ການ, ໝູ່​ມະຫາຊົນ, ພໍ່​ແມ່, ຄູ​ອາຈານ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ເບິ່ງ​ແຍງ, ສຶກສາ​ເຍົາວະ​ຊົນ, ອະນຸຊົນ​ກວ່າ​ອີກ. ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ພວກ​ຫລານ​ໄດ້​ລະ​ຫລິ້ນ, ຝຶກ​ຝົນຮຳ່ຮຽນ, ຕັ້ງຫນ້າ​ເຂົ້າ​ຮ່ວມ​ວຽກ​ດີ​ພັນ​ຢ່າງ ​ເພື່ອ​ໃຫ້​ຂະ​ບວນການ​ດັ່ງກ່າວ​ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ບັນລຸ​​ໝາກຜົນ​ຫລາຍ​ກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ