ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ
(ພາບ: TTXVN)

        ຄະນະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ອອກແຈ້ງການວ່າ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືທະວີພາຄີລັດຖະສະພາ ຫວຽດນາມ - ສະຫະພັນ ລັດເຊຍ ແຕ່ວັນທີ 08 – 11 ກັນຍາ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານ Vyacheslav Victorovich

Volodin, ປະທານດູມາແຫ່ງຊາດ, ສະພາແຫ່ງຊາດສະຫະພັນ, ສະຫະພັນ ລັດເຊຍ ແລະ ທ່ານນາງ Valentina Ivanovna Matvienko, ປະທານສະພາສະຫະພັນ ລັດເຊຍ, ສະພາແຫ່ງຊາດສະຫະພັນ, ສະຫະພັນ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ