ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1973.
ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ Umaro Sissoco Embalo ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: TTXVN)

        ຕອນຄ່ຳວັນທີ 05 ກັນຍາ, ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ Umaro Sissoco Embalo ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 05 – 08 ກັນຍາ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ. ຫວຽດນາມ ໂຕເລິມ ແລະ ພັນລະຍາ.

        ຕາມທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1973. ການຢ້ຽມຢາມເພື່ອແນໃສ່ຢືນຢັນເລື່ອງ ຫວຽດນາມ ຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດ, ເພື່ອນມິດຢູ່ ອາຟະລິກາ, ໃນນັ້ນມີ ສ.ກີເນ - ບິດຊາວ ເປັນສຳຄັນ. ການຢ້ຽມຢາມກໍ່ແນໃສ່ສ້າງເງື່ອນໄຂເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ລວມທັງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ຄື: ການເມືອງ, ເສດຖະກິດ, ການຄ້າ, ກະສິກຳ, ສິນໃນນ້ຳ, ອຸດສາຫະກຳປຸງແຕ່ງ; ພ້ອມທັງ, ເປີດກວ້າງອອກສູ່ບັນດາຂົງເຂດຮ່ວມມືໃໝ່, ຄື: ການກໍ່ສ້າງພື້ນຖານໂຄງລ່າງທ່າກຳປັ່ນ ແລະ ຂຸດຄົ້ນແຮ່ທາດ.

        ຄາດວ່າ, ໃນການຢ້ຽມຢາມ, ທ່ານປະທານາທິບໍດີ ກີເນ - ບິດຊາວ Umaro Sissoco Embalo ຈະດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ເຂົ້າຢ້ຽມຂ່ຳນັບກັບບັນດາການນຳຂັ້ນສູງອື່ນຂອງ ຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ