ທ່ານປະທານາທິບໍດີ ອາເມລິກາ ລົງນາມໃນຮ່າງກົດໝາຍສະບັບຕ່າງໆ ສະໜັບສະໜູນຜູ້ແຫ່ຂະບວນປະທ້ວງຢູ່ ຮົ່ງກົງ

(VOVWORLD) -ອາເມລິກາ ປະກາດໃຊ້ບັນດາກົດໝາຍເຫຼົ່ານັ້ນ ດ້ວຍຄວາມຫວັງວ່າ ບັນດາການນໍາ ແລະ ຜູ້ຕາງໜ້າຂອງ ຈີນ ກໍຄື ຮົ່ງກົງ ສາມາດແກ້ໄຂບັນດາຄວາມບໍ່ລົງລອຍກັນແບບໄມຕີຈິດ ມຸ່ງໄປເຖິງຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບຢ່າງຍາວນານໃຫ້ທຸກໆຝ່າຍ.

 

        ວັນທີ 27 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ລົງນາມຮັບຮອງເອົາຮ່າງກົດໝາຍ 2 ສະບັບ ສະໜັບສະໜູນບຸກຄົນຜູ້ແຫ່ຂະບວນປະທ້ວງຢູ່ ເຂດບໍລິຫານພິເສດ ຮົ່ງກົງ ປະເທດຈີນ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຢ່າງແຮງຂອງປັກກິ່ງ. ໃນນັ້ນ, ກົດໝາຍປະຊາທິປະໄຕ ແລະ ມະນຸດສະທໍາ ຮົ່ງກົງ ຢັ້ງຢືນຄືນໃໝ່ ແລະ ປັບປຸງກົດໝາຍວ່າດ້ວຍນະໂຍບາຍ ອາເມລິກາ - ຮົ່ງກົງ ປີ 1992, ເຮັດແຈ້ງນະໂຍບາຍຂອງ ອາເມລິກາ ສໍາລັບ ຮົ່ງກົງ ແລະ ຕີລາຄາໂດຍກົງ ກ່ຽວກັບບັນດາການພັດທະນາທີ່ມີຄວາມສາມາດບົ່່ມຊ້ອນຢູ່ ຮົ່ງກົງ. ກົດໝາຍສະບັບໃໝ່ນີ້ ອະນຸຍາດໃຫ້ ວໍຊີງຕັນ ຢຸດຕິສະພາບການຄ້າພິເສດກັບ ຮົ່ງກົງ ໂດຍອີງໃສ່ການພິຈາລະນາຂອງກະຊວງການຕ່າງປະເທດ ອາເມລິກາ ໃນແຕ່ລະປີ ກ່ຽວກັບເລື່ອງ ບໍ່ຮູ້ວ່າ ເຂດບໍລິຫານພິເສດນີ້ ຈະຮັກສາໄດ້ການປົກຄອງດ້ວຍຕົນເອງຕາມຫຼັກການ “ໜຶ່ງປະເທດ, ສອງລະບອບ” ຫຼືບໍ?

        ສ່ວນຮ່າງກົດໝາຍສະບັບທີ 2 ທີ່ໄດ້ລົງນາມນັ້ນ ເກືອດຫ້າມການສົ່ງອອກຍຸດໂທປະກອບປະເພດຕ່າງໆ ທີ່ໄດ້ນໍາໃຊ້ໃນຈຸດປະສົງຄວບຄຸມການແຫ່ຂະບວນປະທ້ວງ ໃຫ້ກໍາລັງຕໍາຫຼວດ ຮົ່ງກົງ.

ອາເມລິກາ ປະກາດໃຊ້ບັນດາກົດໝາຍເຫຼົ່ານັ້ນ ດ້ວຍຄວາມຫວັງວ່າ ບັນດາການນໍາ ແລະ ຜູ້ຕາງໜ້າຂອງ ຈີນ ກໍຄື ຮົ່ງກົງ ສາມາດແກ້ໄຂບັນດາຄວາມບໍ່ລົງລອຍກັນແບບໄມຕີຈິດ ມຸ່ງໄປເຖິງຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບຢ່າງຍາວນານໃຫ້ທຸກໆຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ