ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປກວດກາວຽກງານກະກຽມໃຫ້ແກ່ Sea Games 31 ຢູ່ແຂວງ ບັກນິງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກກິລາ, ຄູຝຶກຂອງທິມຄະນະນັກກິລາ ຫວຽດນາມ ຈະສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍໝາກຜົນ, ຜົນງານທີ່ບັນລຸໄດ້
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປກວດກາວຽກງານກະກຽມໃຫ້ແກ່ Sea Games 31 ຢູ່ແຂວງ ບັກນິງ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປຢ້ຽມຢາມ, ກວດກາວຽກງານກະກຽມການຈັດ Sea Games 31 ຢູ່ແຂວງ ບັກນິງ)

ຕອນເຊົ້າວັນທີ 3 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດຈັດງານມະຫາກຳລິກາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (Sea Games 31), ພ້ອມກັບຄະນະປະຕິບັດງານ, ໄປຢ້ຽມຢາມ, ກວດກາວຽກງານກະກຽມການຈັດ Sea Games 31; ລະດົມກຳລັງໃຈບັນດາທິມນັກກິລາຂອງຄະນະກິລາ ຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນ Sea Games 31 ຢູ່ແຂວງ ບັກນິງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ແຂວງ ບັກນິງ, ບັນດາອົງການວິຊາສະເພາະ ຈົ່ງສົມທົບກັນຢ່າງແໜ້ນແຟ້ນ, ກວດກາຄືນວຽກງານ, ໜ້າທີ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ເພີ່ມທະວີການປ້ອງກັນ ຕ້ານໂລກລະບາດໂຄວິດ-19… ເພື່ອໃຫ້ງານແຂ່ງຂັນບັນລຸຜົນສຳເລັດຢ່າງຈົບງາມ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກກິລາ, ຄູຝຶກຂອງທິມຄະນະນັກກິລາ ຫວຽດນາມ ຈະສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍໝາກຜົນ, ຜົນງານທີ່ບັນລຸໄດ້, ຕັ້ງໜ້າຝຶກອົບຮົມ ຕັດສິນໃຈແຂ່ງຂັນໃຫ້ບັນລຸຜົນງານສູງໃນ Sea Games 31.

ຕອບກັບ

ຂ່າວ/ບົດ​ອື່ນ