ນາຍົກລັດຖະມົນຕີກຳປູເຈຍຮຽກຮ້ອງ ການສ້າງເສັ້ນຊາຍແດນສັນຕິພາບກັບໄທ

ນາຍົກລັດຖະມົນຕີກຳປູເຈຍຮຽກຮ້ອງ ການສ້າງເສັ້ນຊາຍແດນສັນຕິພາບກັບໄທ - ảnh 1

ສ່ວນ​ໜຶ່ງ​​ໃນເຂດ​ວິຫານ Preah Vihear

(ພາບ:dantri.com.vn)

(vovworld) – ​​​ທີ 3/1, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ​ຮູ​ນ​ແຊນ ​ໄດ້​ຮຽກຮ້ອງ​ໃຫ້​ວົງ​ການ​ເຈົ້າໜ້າ​ທີ່​ກໍ່​ຄື​ປະຊາຊົນ​ກຳປູ​ເຈຍ ​ແລະ ​ໄທ ຈົ່ງ​ມານະ​ພະຍາຍາມ​ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ສະໜິດສະໜົມ, ຮ່ວມ​ມື ​ແລະ ພັດທະນາ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເລີ່​ມລົ​ງມື​ກໍ່ສ້າງ​​ໂຄງການ​ໜຶ່ງ​ຢູ່​ແຂວງ Pailin ທາງ​ທິດຕາ​ເວັນ​ຕົກ​ກຳປູ​ເຈຍ ທີ່​ມີ​ເສັ້ນຊາຍ​ແດນ​ຕິດ​ກັບ​ໄທ, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ​ຮູ​ນ​ແຊນ ​ເນັ້ນໜັກ​ວ່າ​: ອຳນາດ​ການ​ປົກຄອງ​ທຸກຂັ້ນຢູ່​ບັນດາ​ແຂວງ​ຊາຍ​ແດນ​ສອງ​ປະ​ເທດ​ຕ້ອງ​ພະຍາຍາມ​ສ້າງ​ການ​ພົວພັນ​ທີ່​ດີ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ, ສອດຄ່ອງ​ກັບ​ນະ​ໂຍບາຍ​ຂອງ​ສອງ​ລັດຖະບານ. ​ໃນ​ຂະນະ​ນັ້ນ, ຜູ້​ບັນຊາ​ການ​ກອງທັບ​ອາກາດ​ໄທ, ທ່ານ​ພົນ​ເອກ  ປຣະຈິນ ຈັນ​ຕອງ ​ໃຫ້​ຮູ້​ວ່າ: ທ່ານນາງ​ນາຍົກລັດ​ຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ​ໄດ້​ເຫັນ​ດີ​ສ້າງຕັ້ງກຸ່ມ​ໂຄສົກ​ຊື່​ງລວມມີ​ສາມ​ພາກສ່ວນ​ພົນ​ລະ​ເຮືອນ, ຕຳຫຼວດ, ທະຫານ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພິກາດ​ເຂດ​ວິຫານ Preah Vihear. ກຸ່ມ​ໂຄສົກ​ດັ່ງກ່າວ​ມີໜ້າ​ທີ່​ຊ່ວຍ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ໃນ​ໝູ່​ມະຫາຊົນ​ກ່ຽວ​ກັບ​ການ​ພິພາດ​ກັນ, ​ໃນ​ນັ້ນມີ​ການ​ສະໜອງ​ຂໍ້​ມູນ​ຂ່າ​ວສານ​ກ່ຽວ​ຂ້ອງ​ເຖິງ​ວິວັດ​ການ​ແກ້​ໄຂ​ການ​ພິພາດ​ທີ່​ລັດຖະບານ​ໄທ​ພວມ​ປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ