ນາຍົກລັດຖະມົນຕີເປັນປະທານກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດແຜນຮ່າງຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ”

(VOVWORLD) -ເລື່ອງຄ້ຳປະກັນດ້ານສະບຽງອາຫານທັງແມ່ນໜ້າທີ່ໃນຕໍ່ໜ້າ, ທັງແມ່ນໜ້າທີ່ຍຸດທະສາດຢ່າງຍາວນານ.

ນາຍົກລັດຖະມົນຕີເປັນປະທານກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດແຜນຮ່າງຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ” - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ)

ຕອນເຊົ້າວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍສະຫຼຸບ 10 ປີແຫ່ງການປະຕິບັດການຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດຮອດປີ  2020 ເພື່ອແນໃສ່ຕີລາຄາໂດຍສັງເຂບ, ຖອດຖອນບັນດາບັນຫາໃຫຍ່ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານຂອງປະເທດຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ເລື່ອງຄ້ຳປະກັນດ້ານສະບຽງອາຫານທັງແມ່ນໜ້າທີ່ໃນຕໍ່ໜ້າ, ທັງແມ່ນໜ້າທີ່ຍຸດທະສາດຢ່າງຍາວນານ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ, ພາຍຫຼັງໄລຍະ 10 ປີ ແຫ່ງການປະຕິບັດແຜນຮ່າງ, ຂະແໜງກະສິກຳຫວຽດນາມເວົ້າລວມ, ການຜະລິດສະບຽງອາຫານເວົ້າສະເພາະ, ບັນລຸໄດ້ບັນດາຜົນງານຢ່າງຮອບດ້ານ...

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ, ເນັ້ນໜັກວ່າ.

“ການປະກອບສ່ວນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານຂອງໂລກແມ່ນມີຄວາມຈຳເປັນ, ແຕ່ກ່ອນອື່ນໝົດຕ້ອງຮັບໃຊ້ໃຫ້ປະຊາຊົນຫວຽດນາມ ເກືອບ 100 ລ້ານຄົນກ່ອນ.ການສະສົມທັນຍາຫານ, ຮັບປະກັນສະຖຽນລະພາບແມ່ນມີຄວາມໝາຍສຳຄັນພິເສດ. ນີ້ແມ່ນປະເພດສິນຄ້າຕົ້ນຕໍ, ແມ່ນຍຸດທະສາດ.ສະນັ້ນ, ການຄ້ຳປະກັນ ສະຖຽນລະພາບໃຫ້ແກ່ປະຊາຊົນແມ່ນໜ້າທີ່ຂອງພັກ, ລັດຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ