ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

(VOVWORLD) - ທ່ານປະທານປະເທດ ສະເໜີ ບິ່ງເຟືອກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຢ່າງແຮງ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ສັງກາດໃໝ່. 
ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ - ảnh 1ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 23 ມີນາ, ຢູ່ສະໜາມຫຼວງ ວັນທີ 23 ມີນາ, ນະຄອນ ດົ່ງຊ່ວາຍ, ອົງຄະນະພັກແຂວງ, ແຂວງ ບິ່ງເຟືອກ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ ບິ່ງເຟືອກ (23/3/1975 – 23/3/2025) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກືອງ ໄດ້ເນັ້ນໜັກວ່າ ການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ບິ່ງເຟືອກ ແມ່ນໂອກາດເພື່ອຫວນຄືນບັນດາໜ້າປະຫວັດສາດແຫ່ງອົງອາດກ້າຫານ, ຕອບບູນແທນຄູນ ແລະ ເຊີດຊູບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ. ຜ່ານນັ້ນ, ເພື່ອໃຫ້ຊາວ ຫວຽດນາມ ແຕ່ລະຄົນ ໃນປັດຈຸບັນ ແລະ ອະນາຄົດ ມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ບົດບາດ, ຄວາມຮັບຜິດຊອບຂອງຕົນ ໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ສະເໜີ ບິ່ງເຟືອກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຢ່າງແຮງ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ສັງກາດໃໝ່. ທ່ານປະທານປະເທດ ເລືອງເກື່ອງ ໄດ້ມອບຫຼຽນກາແຮງງານຊັ້ນໜຶ່ງໃຫ້ແກ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ບິ່ງເຟືອກ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ແລະ ຄະນະປະຕິບັດງານສູນກາງ ໄດ້ຖະຫວາຍທູບທຽນຢູ່ເຂດຮ່ອງຮອຍປະຫວັດສາດ ແຫ່ງຊາດ ຝູຣຽງໂດ ເຊິ່ງແມ່ນສະຖານທີ່ສ້າງຕັ້ງໜ່ວຍພັກອິນດູຈີນ ພັກກອມມູນິດ ຢູ່ ຝູຣຽງ, ຂຶ້ນກັບຕາແສງ ທ້ວນຝູ, ແຂວງ ບິ່ງເຟືອກ.

ຕອບກັບ

ຂ່າວ/ບົດ​ອື່ນ